
ນັບແຕ່ຕົ້ນປີນີ້ ມາຮອດວັນທີ 6 ສິງຫານີ້, ທາງລົດໄຟລາວ-ຈີນໄດ້ຂົນສົ່ງຜັກແຊ່ເຢັນທັງໝົດຫຼາຍກວ່າ 5,000 ຂະບວນ, ມີຈຳນວນ100,000ໂຕນ, ເພີ່ມຂຶ້ນ 62% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ການສົ່ງອອກຜັກຂອງແຂວງຢຸນນານໄດ້ກາຍເປັນໜຶ່ງໃນປະເພດສິນຄ້າທີ່ເພີ່ມຂຶ້ນໄວທີ່ສຸດໃນການຂົນສົ່ງຂອງທາງລົດໄຟລາວ-ຈີນ.
ເພື່ອຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງຂອງກະສິກຳທັນສະໄໝທີ່ມີເອກະລັກພິເສດເທິງພູພຽງຂອງແຂວງຢຸນນານ. ພາກສ່ວນທາງລົດໄຟໄດ້ປະດິດສ້າງຮູບແບບການຂົນສົ່ງແບບ “ຂົນສົ່ງສິນຄ້າປະສົມລະຫວ່າງອາຫານສົດ ແລະ ສິນຄ້າທົ່ວໄປ”, ເພື່ອຕອບສະໜອງຄວາມຕ້ອງການດ້ານການຂົນສົ່ງຂອງວິສາຫະກິດຂະໜາດກາງ ແລະ ນ້ອຍ ແບບ “ປະລິມານໜ້ອຍ ແລະ ຫຼາຍເທື່ອ”, ພ້ອມທັງຫຼຸດເວລາການຂົນສົ່ງເພື່ອຮັບປະກັນຄວາມສົດຂອງຜັກໂດຍຜ່ານການຂົນສົ່ງດ້ວຍຫຼາຍຮູບແບບ. ປັດຈຸບັນ, ທາງລົດໄຟລາວ-ຈີນກຳລັງຊຸກຍູ້ການຈໍລະຈອນສິນຄ້າຄຸນນະພາບສູງລຽບຕາມເສັ້ນທາງລົດໄຟແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດດ້ວຍການຂົນສົ່ງແຊ່ເຢັນທີ່ມີປະສິດທິພາບສູງ ແລະ ໝັ້ນທ່ຽງ.