
ດ່ານກວດກາຄົນເຂົ້າ-ອອກເມືອງບໍ່ຫານແຂວງຢຸນນານຈີນໄດ້ແຈ້ງໃຫ້ຮູ້ໃນວັນທີ 1 ສິງຫານີ້ວ່າ: ນັບແຕ່ວັນທີ 1 ຫາວັນທີ 31 ກໍລະກົດຜ່ານມາເຊິ່ງເປັນເດືອນທຳອິດຂອງລະດູການທ່ອງທ່ຽວລະດູຮ້ອນຂອງປີນີ້, ຢູ່ດ່ານລົດໄຟບໍ່ຫານໄດ້ກວດກາແລະປ່ອຍຜູ້ໂດຍສານທີ່ມາຈາກ 59 ປະເທດແລະເຂດແຄວ້ນເຂົ້າ-ອອກເມືອງໂດຍຜ່ານເສັ້ນທາງລົດໄຟຈີນ-ລາວລວມທັງໝົດ 27.000 ກວ່າເທື່ອຄົນ,ເພີ່ມຂຶ້ນຫຼາຍກວ່າ 38% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຈຳນວນຜູ້ໂດຍສານທີ່ຜ່ານດ່ານຫຼາຍທີ່ສຸດຕໍ່ວັນມີຫຼາຍກວ່າ 1 ພັນເທື່ອຄົນ ເຊິ່ງເປັນສະຖິຕິໃໝ່ໃນປະຫວັດສາດ.
ຕາມສະຖິຕິຈາກດ່ານກວດກາຄົນເຂົ້າອອກເມືອງຢູ່ບໍ່ຫານໃຫ້ຮູ້ວ່າ: ໃນລະດູການທ່ອງທ່ຽວລະດູຮ້ອນປີນີ້, ມີນັກຮຽນນັກສຶກສາ, ນັກທ່ອງທ່ຽວແລະຜູ້ຄົນທີ່ໄປຢ້ຽມຢາມຍາດຕິພີ່ນ້ອງເລືອກອອກເດີນທາງໃນໄລຍະນີ້ຮ່ວມກັນ, ການທ່ອງທ່ຽວດ້ວຍຕົນເອງ, ການເດີນທາງຂອງນັກສຶກສາ, ການເດີນທາງຂອງຄອບຄົວແລະການເດີນທາງຂອງຜູ້ອາຍຸສູງກາຍເປັນການເດີນທາງທີ່ສຳຄັນໃນການອອກນອກປະເທດ, ການທ່ອງທ່ຽວວັດທະນະທຳດັ້ງເດີມຂອງຈີນ ກໍຄືການທ່ອງທ່ຽວເພື່ອສຳຜັດກັບຮີດຄອງປະເພນີຢ່າງເລິກເຊິ່ງໄດ້ກາຍເປັນທາງເລືອກໃນການເຂົ້າມາທ່ຽວຈີນ ທີ່ໄດ້ຮັບຄວາມນິຍົມສຳລັບນັກທ່ອງທ່ຽວຕ່າງປະເທດ.