ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ຂົນ​ສົ່ງ​ສິນ​ຄ້າບັນ​ລຸ​ຫຼາຍກວ່າ 86 ລ້ານ​ໂຕນ

CRI,    August 03, 2026
Size:

ວັນທີ 28 ກໍລະກົດນີ້, ຢູ່ນະຄອນຫຼວງປັກກິ່ງຂອງຈີນ, ທ່ານ ລຽນລີ້ຈຸ່ນ ຮອງຫົວໜ້າຄະນະກຳມະການພັດທະນາແລະປະຕິຮູບແຂວງຢຸນນານຈີນເຜີຍໃຫ້ຮູ້ວ່າ: ນັບລວມແລ້ວ, ເສັ້ນທາງລົດໄຟລາວ-ຈີນໄດ້ຂົນສົ່ງສິນຄ້າບັນລຸຫຼາຍກວ່າ 86 ລ້ານໂຕນ.

ເສັ້ນທາງແຫ່ງຄວາມຈະເລີນຮຸ່ງເຮືອງຜ່ານ “ເສັ້ນທາງລົດໄຟລາວ-ຈີນ + ການຄ້າ” ນັບມື້ນັບມີຊີວິດຊີວາກວ່າເກົ່າ, ເສັ້ນທາງແຫ່ງການເຊື່ອມໂຍງເຊື່ອມຈອດກັນຜ່ານ “ເສັ້ນທາງລົດໄຟລາວ-ຈີນ + ອຸດສາຫະກຳ” ນັບມື້ນັບກວ້າງຂວາງກວ່າເກົ່າ, ເສັ້ນທາງມິດຕະພາບຜ່ານ “ເສັ້ນທາງລົດໄຟລາວ-ຈີນ + ວັດທະນະທຳ” ນັບມື້ນັບແໜ້ນແຟ້ນກວ່າເກົ່າ.