
ວັນທີ 20 ກໍລະກົດນີ້, ລາວ ແລະ ເຂດບໍລິຫານພິເສດຮົງກົງຈີນໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອເພີ່ມທະວີການຮ່ວມມືໃນຕະຫຼາດຄຳ ແລະ ຊ່ວຍເຫຼືອການຫັນເປັນທັນສະໄໝຂອງອຸດສາຫະກຳໂລຫະມີຄ່າລາວ.
ພິທີເຊັນບົດບັນທຶກດັ່ງກ່າວໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນວັນທີ 20 ກໍລະກົດນີ້, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການເງິນລາວ ແລະ ທ່ານ ສວີເຈີ້ງຢວີ ຫົວໜ້າອົງການການເງິນ ແລະ ຄັງເງິນຮົງກົງ ໄດ້ຕາງໜ້າສອງຝ່າຍລົງນາມໃນບົດບັນທຶກ. ບົດບັນທຶກຄວາມເຂົ້າໃຈດັ່ງກ່າວກວມເອົາຫຼາຍຂົງເຂດ ເຊັ່ນ: ການໄຫຼວຽນຂອງຄຳ, ການເຊື່ອມໂຍງ ຕະຫຼາດການເງິນ, ການໂຄສະນາໃນສາກົນ, ການພັດທະນາບຸກຄະລາກອນ, ວິທະຍາສາດເຕັກໂນໂລຊີທາງການເງິນ ແລະ ການຮ່ວມມືດ້ານລະບຽບການ ເປັນຕົ້ນ.
ອີງຕາສັນຍາດັ່ງກ່າວ, ຮົງກົງຈະສະໜອງເຄືອຂ່າຍການກັ່ນຄຳທີ່ໄດ້ຮັບການຮັບຮອງໃນລະດັບສາກົນໃຫ້ແກ່ລາວສຳລັບຜູ້ຖືຄອງຄຳທີ່ມີຄຸນສົມບັດເໝາະສົມ ແລະ ສົ່ງເສີມການເຊື່ອມໂຍງຕໍ່ຕະຫຼາດການເງິນ. ຝ່າຍລາວຢືນຢັນວ່າ: ການຮ່ວມມືຄັ້ງນີ້ຈະສະໜັບສະໜູນວິໄສທັດໄລຍະຍາວຂອງລັດຖະບານລາວໃນການສ້າງລະບົບນິເວດໂລຫະມີຄ່າທີ່ທັນສະໄໝ ແລະ ໂປ່ງໃສ ເຊິ່ງຈະຊ່ວຍພັດທະນາທະນາຄານຄຳຂອງລາວໃຫ້ນັບມື້ນັບດີຂຶ້ນ.