
ວັນທີ 13 ກໍລະກົດນີ້, ທ່ານສິດທິໄຊ ໄຊຍະວົງ ອະທິການບໍດີມະຫາວິທະຍາໄລສະຫວັນນະເຂດຂອງລາວ ແລະ ທ່ານເສິນເຟີຍ ຮອງອະທິການບໍດີມະຫາວິທະຍາໄລສ້າງຄູຢຸນນານຂອງຈີນໄດ້ຕາງໜ້າເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືລະຫວ່າງສອງຝ່າຍ ເຊິ່ງເປັນເນື້ອໃນສຳຄັນໃນການລົງເລິກການຮ່ວມມືດ້ານການສຶກສາ ແລະ ຊຸກຍູ້ການແລກປ່ຽນສາກົນລະຫວ່າງສອງມະຫາວິທະຍາໄລດັ່ງກ່າວ. ສອງຝ່າຍໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນຢ່າງສູງ ໃນຂົງເຂດສຳຄັນຕ່າງໆ ເຊັ່ນ: ການຮ່ວມກັນຈດດຕັ້ງຫຼັກສູດປະລິນຍາເອກ, ສະຖາບັນຂົງຈື້, ການພັດທະນາຂະແໜງວິຊາແບບປະສານສົມທົບກັນ, ການບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດ, ການຢ້ຽມຢາມເຊິ່ງກັນແລະກັນລະຫວ່າງອາຈານ ແລະ ນັກສຶກສາ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ການຮ່ວມມືລະຫວ່າງສອງມະຫາວິທະຍາໄລໄດ້ກ້າວເຂົ້າສູ່ໄລຍະຈັດຕັ້ງປະຕິບັດຕົວຈິງ.
ທ່ານເສິນເຟີຍກ່າວວ່າ: ການຮ່ວມມືຄັ້ງນີ້ແມ່ນຈຸດເລີ່ມຕົ້ນໃໝ່ແຫ່ງການຮ່ວມມືລະຫວ່ງສອງຝ່າຍ ແລະ ກໍແມ່ນພຶດຕິກຳຕົວຈິງທີ່ມີຊີວິດຊີວາລະຫວ່າງສະຖາບັນການສຶກສາຊັ້ນສູງຂອງຈີນ ແລະ ລາວ ໃນການຖອດຖອນບົດຮຽນແລະຮຽນຮູ້ເຊິ່ງກັນແລະກັນ. ໃນອະນາຄົດ, ຈະລົງເລິກການຮ່ວມມືຮອບດ້ານລະຫວ່າງສອງຝ່າຍ ພາຍໃຕ້ຂອບການຮ່ວມມື RCEP ຕື່ມອີກ.