ມູນ​ຄ່າ​ການ​ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ຜ່ານ​​ເສັ້ນທາງ​ລົດ​ໄຟ​ລາວ-ຈີນ​​ບັນ​ລຸຫຼາຍກວ່າ 90 ຕື້ຢວນ

CRI,    July 13, 2026
Size:

ອົງການພາສີຄຸນໝິງເປີດເຜີຍໃຫ້ຮູ້ວ່າ: ນັບແຕ່ເສັ້ນທາງລົດໄຟລາວ-ຈີນເປີດບໍລິການ ມາ (ຮອດວັນທີ 30 ມິຖຸນາແລ້ວນີ້), ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າບັນລຸເຖິງ 90 ຕື້ 280 ລ້ວນຢວນ, ຂະບວນລົດໄຟຂົນສົ່ງສິນຄ້າສາກົນແລ່ນລົດໄດ້ທັງໝົດຫຼາຍກວ່າ 22.000 ຂະບວນ. ໃນ 6 ເດືອນຕົ້ນປີນີ້, ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າຜ່ານເສັ້ນທາງລົດໄຟລາວ-ຈີນບັນລຸ 17 ຕື້ 160 ລ້ານຢວນ, ເພີ່ມຂຶ້ນ 33,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ບົດບາດທີ່ເປັນ “ເສັ້ນທາງຄຳ” ຂອງເສັ້ນທາງລົດໄຟລາວ-ຈີນໄດ້ສືບຕໍ່ເຫັນໄດ້ຊັດເຈນ, ລະດັບການເຊື່ອມໂຍງເຊື່ອມຈອດກັນຂອງພາກພື້ນໄດ້ຮັບການຍົກສູງຂຶ້ນຢ່າງໝັ້ນທ່ຽງ.