
ເວລາ 8 ໂມງ 25 ນາທີຂອງວັນທີ 22 ມິຖຸນານີ້ຕາມເວລາທ້ອງຖິ່ນ, ຂະບວນລົດໄຟໂດຍສານທຳມະດາຖ້ຽວ K12 ທີ່ປະກອບໃໝ່ພ້ອມດ້ວຍຕູ້ລົດໄຟສະເພາະເພື່ອຂົນສົ່ງພັດສະດຸໄດ້ອອກເດີນທາງຈາກສະຖານີວຽງຈັນຂອງລາວຢ່າງສະດວກ. ນີ້ແມ່ນຄັ້ງທຳອິດທີ່ລົດໄຟຈີນ-ລາວຕອນຢູ່ເບື້ອງລາວໃຫ້ບໍລິການຂົນສົ່ງພັດສະດຸເລີ່ມນຳໃຊ້ຂະບວນຕູ້ລົດໄຟຂົນສົ່ງພັດສະດຸສະເພາະເປັນປົກກະຕິ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າການຂົນສົ່ງພັດສະດຸຕອນຢູ່ເບື້ອງລາວໄດ້ສິ້ນສຸດຮູບແບບ “ການຂົນສົ່ງຜູ້ໂດຍສານແລະພັດສະດຸແບບປະສົມ” ຢ່າງເປັນທາງການ, ປະສິດທິພາບດ້ານການຂົນສົ່ງແລະຄຸນນະພາບດ້ານການບໍລິການໄດ້ບັນລຸການຍົກລະດັບຢ່າງຮອບດ້ານ.
ຕາມບໍລິສັດທາງລົດໄຟລາວ-ຈີນຈຳກັດໃຫ້ຮູ້ວ່າ: ຮູບແບບການຂົນສົ່ງຕອນຢູ່ເບື້ອງລາວຂອງທາງລົດໄຟຈີນ-ລາວຜ່ານມາແມ່ນໃຊ້ບ່ອນນັ່ງທີ່ເຫຼືອຂອງຂະບວນລົດໄຟໂດຍສານທຳມະດາຖ້ຽວ K12/K11 ເປັນຫຼັກ ເຊິ່ງບໍ່ສາມາດຕອບສະໜອງຄວາມຕ້ອງການດ້ານການຂົນສົ່ງພັດສະດຸທີ່ເພີ່ມຂຶ້ນ ແລະຍັງສົ່ງຜົນກະທົບຕໍ່ຄວາມສະດວກສະບາຍຂອງຜູ້ໂດຍສານ. ເພື່ອປັບປຸງສະພາບການຂົນສົ່ງໃຫ້ດີຂຶ້ນ, ບໍລິສັດທາງລົດໄຟລາວ-ຈີນໄດ້ປະສານງານນຳໃຊ້ຕູ້ລົດໄຟຂົນສົ່ງພັດສະດຸສະເພາະເພື່ອໃຊ້ງານຢ່າງເປັນປົກກະຕິ,ເຊິ່ງຈະເພີ່ມຄວາມສາມາດດ້ານການຂົນສົ່ງພັດສະດຸຂອງລົດໄຟຈີນ-ລາວຕອນຢູ່ເບື້ອງລາວໃຫ້ໄດ້ຮັບການຍົກສູງຂຶ້ນຫຼາຍກວ່າ 1 ເທົ່າ.