ນັບແຕ່ຕົ້ນປີນີ້ມາ, ລົດໄຟລາວ-ຈີນຂົນສົ່ງສິນຄ້າໄດ້ຫຼາຍກວ່າ 10 ລ້ານໂຕນ

CRI,    June 29, 2026
Size:

ແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງແຈ້ງໃຫ້ຮູ້ໃນວັນທີ 14 ມິຖຸນານີ້ວ່າ: ນັບແຕ່ຕົ້ນປີນີ້ມາຮອດວັນທີ 13 ມິຖຸນານີ້, ລົດໄຟລາວ-ຈີນສາມາດຂົນສົ່ງສິນຄ້າໄດ້ຫຼາຍກວ່າ 10 ລ້ານໂຕນ, ໂດຍສະເລ່ຍແລ້ວຂົນສົ່ງສິນຄ້າຫຼາຍກວ່າ 67.000 ໂຕນຕໍ່ມື້, ຂະນະທີ່ການຂົນສົ່ງສິນຄ້າຂ້າມຊາຍແດນບັນລຸຫຼາຍກວ່າ 2,5 ລ້ານໂຕນ.

ຕາມຂ່າວແຈ້ງວ່າ: ພາຍໃຕ້ມາດຕະການຕ່າງໆທີ່ພາກສ່ວນທາງລົດໄຟຂອງຈີນຈັດຕັ້ງປະຕິບັດ, ເຮັດໃຫ້ເວລາໃນການຂົນສົ່ງສິນຄ້າຜ່ານທາງລົດໄຟລະຫວ່າງລາວ, ໄທ ແລະ ປະເທດໃນເອີຣົບຫຼຸດລົງເຫຼືອພຽງ 15 ວັນໂດຍໃຊ້ການຂົນສົ່ງດ່ວນຜ່ານຂະບວນລົດໄຟສິນຄ້າຈີນ-ເອີຣົບຢູ່ທ້ອງຖິ່ນຕ່າງໆຂອງຈີນ ເຊັ່ນ: ນະຄອນຈຸ່ງກິ່ງ ແລະ ແຂວງເສສວນເປັນຕົ້ນ. ສິນຄ້າຂ້າມຊາຍແດນສາມາດກວມເອົາ 31 ແຂວງ, ເຂດປົກຄອງຕົນເອງ ແລະ ກໍາແພງນະຄອນຂອງຈີນ ກໍຄື 19 ປະເທດ ແລະ ເຂດແຄວ້ນ ເປັນຕົ້ນແມ່ນ ລາວ, ໄທ ແລະ ຫວຽດນາມ, ປະເພດສິນຄ້າທີ່ຂົນສົ່ງຈາກ 10 ກວ່າຊະນິດໃນໄລຍະເບື້ອງຕົ້ນຂອງການເປີດນໍາໃຊ້ເສັ້ນທາງລົດລາວ-ຈີນໄດ້ເພີ່ມຂຶ້ນເປັນ 3.800 ກວ່າຊະນິດໃນປັດຈຸບັນ. ໃນນັ້ນ, ຂະບວນລົດໄຟຕູ້ແຊ່ເຢັນລະຫວ່າງຈີນ-ລາວ-ໄທ ໄດ້ໃຫ້ການບໍລິການຢ່າງເປັນປົກກະຕິແລ້ວ, ເຮັດໃຫ້ໝາກໄມ້ສົດຈາກອາຊີຕາເວັນອອກສຽງໃຕ້ສາມາດຂົນສົ່ງເຖິງຕະຫຼາດຈີນພາຍໃນເວລາ 3 ມື້ເທົ່ານັ້ນ. ນັບມາຮອດວັນທີ 13 ມິຖຸນານີ້, ຈີນໄດ້ນໍາເຂົ້າໝາກໄມ້ຜ່ານເສັ້ນທາງລົດໄຟລາວ-ຈີນຫຼາຍກວ່າ 185.000 ໂຕນ, ເພີ່ມຂຶ້ນ 73,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.