
ວັນທີ 18 ມິຖຸນານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວປະຈໍາ ສປ ຈີນ ໄດ້ເປັນເຈົ້າພາບຈັດງານລ້ຽງນ້ຳຊາຂອງສະມາຄົມພັນລະຍາ ແລະ ແມ່ຍິງນັກການທູດອາຊຽນ ຢູ່ນະຄອນຫຼວງປັກກິ່ງ ໂດຍມີບັນດາພັນລະຍາເອກອັກຄະລັດຖະທູດ, ນັກການທູດຍິງ ແລະ ພັນລະຍານັກການທູດຈາກ ປະເທດສະມາຊິກອາຊຽນ ພ້ອມດ້ວຍແຂກຮັບເຊີນຫຼາຍກວ່າ 100 ທ່ານເຂົ້າຮ່ວມ.

ທ່ານ ນາງ ສຸກວາດສະໜາ ວົງສັກ, ພັນລະຍາຂອງ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ໄດ້ກ່າວວ່າ: ສະມາຄົມພັນລະຍາ ແລະ ແມ່ຍິງນັກການທູດຍິງອາຊຽນ ໄດ້ຮັບຄວາມເອົາໃຈໃສ່ຈາກປະເທດສະມາຊິກອາຊຽນມາໂດຍຕະຫຼອດ, ໄດ້ເສີມຂະຫຍາຍບົດບາດອັນສຳຄັນເຂົ້າໃນການຊຸກຍູ້ຄວາມສາມັກຄີ ແລະ ການຮ່ວມມືໃນພາກພື້ນ. ຫວັງວ່າ, ໃນຕໍ່ໜ້ານີ້, ທາງສະມາຄົມຈະເພີ່ມທະວີຄວາມເຂົ້າໃຈກັນ ແລະ ເຮັດໃຫ້ໄມຕີຈິດມິດຕະພາບແບບຂ້າມພົມແດນມີຄວາມແໜ້ນແຟ້ນກວ່າເກົ່າ, ເພີ່ມທະວີການຮ່ວມມື ແລະ ການປະສານສົມທົບກັນໃນຂົງເຂດຕ່າງໆ ເຊັ່ນ: ການແລກປ່ຽນດ້ານວັດທະນະທຳ, ການພັດທະນາແມ່ຍິງ, ການເຊື່ອມຈອດກັນດ້ານການສຶກສາ ແລະອື່ນໆ ເພື່ອອຸທິດສະຕິປັນຍາ ແລະ ກຳລັງແຮງເຂົ້າໃນການພັດທະນາ ແລະຄວາມຈະເລີນຮຸ່ງເຮືອງຂອງປະຊາຄົມອາຊຽນ.


ງານດັ່ງກ່າວໄດ້ນໍາສະເໜີວັດທະນະທຳລາວ ທີ່ໄດ້ຮັບຮອງຈາກຢູແນສໂກວ່າເປັນມໍລະດົກທາງດ້ານວັດທະນະທຳນາມມະທຳຂອງມວນມະນຸດ ເຊັ່ນ: ສຽງແຄນລາວ, ຕ່ຳລາຍນາກ, ລາບລາວ ແລະ ຟ້ອນລຳວົງລາວ. ພ້ອມດຽວກັນນັ້ນ, ໃນງານຍັງໄດ້ສະແດງບົດຟ້ອນລຳວົງລາວ ແລະ ເຕັ້ນບັດສະຫຼົບ ເຮັດໃຫ້ບັນດາແຂກທີ່ມາເຂົ້າຮ່ວມງານສາມາດສຳຜັດກັບມົນສະເໜ່ຂອງວັດທະນະທຳອັນດີງາມຂອງລາວ. ນອກຈາກນີ້, ຍັງມີການສະແດງເຕັ້ນສະໄໝໃໝ່ຈາກນັກສຶກສາລາວ, ສິລະປະຈີນ ແລະ ບູດວາງສະແດງຜະລິດຕະພັນທີ່ເປັນເອກະລັກພິເສດຂອງລາວ ແລະ ຈີນ ເຊິ່ງເປັນການເພີ່ມທະວີການແລກປ່ຽນດ້ານວັດທະນະທຳ ລະຫວ່າງຈີນ-ລາວ ກໍຄື ລະຫວ່າງຈີນ-ອາຊຽນໃນບັນຍາກາດທີ່ມ່ວນຊື່ນ.


