ກອງ​ທັບ​ຈີນ​ຈະ​ລົງ​ເລິກ​ການ​ແລກ​ປ່ຽນ ແລະ ຮ່ວມ​ມື​ກັບ​ກອງ​ທັບ​ລາວ

CRI,    June 25, 2026
Size:

ວັນທີ 16 ມິຖຸນານີ້, ພັນເອກພິເສດເສິນຊີ ໂຄສົກກະຊວງປ້ອງກັນປະເທດຈີນໄດ້ຖະແຫຼງຂ່າວກ່ຽວກັບບັນຫາທີ່ກ່ຽວກັບກອງທັບຈີນ.

ມີນັກຂ່າວຖາມວ່າ: ຫວ່າງມໍ່ໆມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດ ແຫ່ງ ສປ ຈີນໄດ້ພົບປະກັບທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ທີ່ເດີນທາງມາຢ້ຽມຢາມຈີນທາງລັດຖະກິດ, ສອງປະເທດໄດ້ອອກຖະແຫຼງການຮ່ວມ ໂດຍເຫັນດີເປັນເອກະພາບກັນໃຫ້ເພີ່ມທະວີການຮ່ວມມືດ້ານວຽກງານປ້ອງກັນປະເທດ ແລະ ຄວາມໝັ້ນຄົງ. ຂໍຖາມວ່າ ສອງກອງທັບຈີນ ແລະ ລາວມີມາດຕະການຮ່ວມມືແນວໃດໃນອະນາຄົດ?

ພັນເອກພິເສດເສິນຊີຕອບວ່າ: ຈີນ ແລະ ລາວແມ່ນປະເທດບ້ານໃກ້ເຮືອນຄຽງສັງຄົມນິຍົມທີ່ຮ່ວມຊາຕາກຳ, ມິດຕະພາບຖານ “ສະຫາຍແລະອ້າຍນ້ອງ” ລະຫວ່າງສອງປະເທດໝັ້ນຄົງຂະໜົງແກ່ນ. ກອງທັບຈີນຈະຮ່ວມກັບກອງທັບລາວ, ຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງຜູ້ນຳສູງສຸດຂອງສອງພັກ ແລະ ສອງລັດຢ່າງແທ້ຈິງ, ຖືເອົາການສ້າງກົນໄກສົນທະນາຍຸດທະສາດ “3+3” ລະຫວ່າງກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບເປັນໂອກາດ ເພື່ອເພີ່ມທະວີການແລກປ່ຽນທາງຍຸດທະສາດ, ເພີ່ມທະວີການແລກປ່ຽນທຸກລະດັບ, ຈັດກິດຈະກຳແລກປ່ຽນມິດຕະພາບນດ້ານການປ້ອງກັນປະເທດຢູ່ເຂດຊາຍແດນໃຫ້ດີ, ສືບຕໍ່ລົງເລິກການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ວຽກງານການເມືອງ, ການຝຶກຊ້ອມຮ່ວມ, ການແພດ ແລະ ພະລາທິການ, ການຝຶກອົບຮົມບຸກຄະລາກອນ ແລະອື່ນໆ, ປະສານສົມທົບວຽກງານຄວາມໝັ້ນຄົງຫຼາຍຝ່າຍຢ່າງແໜ້ນແຟ້ນ ເພື່ອປະກອບສ່ວນໃໝ່ເຂົ້າໃນການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃນທຸກສະພາບການຂອງຍຸກໃໝ່.