ວັນທີ 13 ມິຖຸນານີ້, ຄະນະຈັດຕັ້ງ ງານວາງສະແດງສິນຄ້າຈີນ-ອາຊີໃຕ້ແຈ້ງໃຫ້ຮູ້ວ່າ, ມື້ດຽວກັນຢູ່ຫໍພະລັງງານສີຂຽວຂອງງານວາງສະແດງຄັ້ງນີ້ໄດ້ຈັດພິທີເຊັນສັນຍາຮ່ວມມື 18 ໂຄງການ, ຍອດມູນຄ່າໃນສັນຍາຫຼາຍກວ່າ 25,7 ຕື້ຢວນ, ໂຄງການດັ່ງກ່າວກວມເອົາໄຟຟ້າພະລັງລົມ, ໄຟຟ້າແສງຕາເວັນ, ເຂື່ອນໄຟຟ້າແບບດູດນ້ຳສະສົມພະລັງງານ, ການຮ່ວມມືຂ້າມຊາດດ້ານພະລັງງານ ແລະອື່ນໆ.

ໃນໂຄງການທີ່ເຊັນສັນຍາຄັ້ງນີ້, ການຮ່ວມມືຂ້າມຊາດດ້ານພະລັງງານໄດ້ກາຍເປັນຈຸດເດັ່ນ, ເຊັ່ນ: ໂຄງການໄຟຟ້າແສງຕາເວັນຂະໜາດ 100MW ຢູ່ແຂວງບໍ່ແກ້ວຂອງລາວ, ການຮ່ວມມືສະໜອງອຸປະກອນກັງຫັນລົມສຳລັບຜະລິດໄຟຟ້າດ້ວຍພະລັງງລົມໃນໂຄງການໄຟຟ້າພະລັງລົມໄລຍະທີ 2 ຂອງກຸ່ມບໍລິສັດພະລັງງານນິວເຄລຍຈີນຢູ່ລາວ, ແລະອື່ນໆໄດ້ເຊັນສັນຍາຕາມລຳດັບ. ນອກນີ້, ບໍລິສັດພະລັງງານສາກົນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຈຳກັດທີ່ຂຶ້ນກັບບໍລິສັດຕາຕ່າງໄຟຟ້າພາກໃຕ້ຈີນ ຈຳກັດ ຫຼື CSG ແລະ ລັດວິສາຫະກິດໄຟຟ້າລາວໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການສຶກສາຄວາມເປັນໄປໄດ້ຮ່ວມກັນສຳລັບໄຟຟ້າສີຂຽວ ແລະ ໃບຢັ້ງຢືນສີຂຽວ.
ເຈົ້າໜ້າທີ່ຈາກອົງການພະລັງງານແຂວງຢຸນນານຈີນຢືນຢັນວ່າ, ການເຊັນສັນຍາໂຄງການຮ່ວມມືຂ້າມຊາດດ້ານພະລັງງານ, ຈະລົງເລິກການຮ່ວມມືຕົວຈິງກັບປະເທດອ້ອມຂ້າງໃນຂົງເຂດຕ່າງໆ, ເຊັ່ນ: ການເຊື່ອມໂຍງເຊື່ອມຈອດດ້ານໄຟຟ້າຂ້າມຊາດ, ຮ່ວມກັນພັດທະນາພະລັງງານສະອາດ ແລະອື່ນໆ, ເລັ່ງລັດຊຸກຍູ້ຂະບວນການສ້າງແລວທາງໃຫຍ່ດ້ານພະລັງງານທີ່ຈີນມຸ່ງໜ້າໄປສູ່ອາຊີຕາເວັນອອກສຽງໃຕ້.