ທະນາຄານກາງຂອງຈີນ-ລາວຕໍ່ອາຍຸເອກະສານການຮ່ວມມືທີ່ກ່ຽວຂ້ອງ

CRI,    June 17, 2026
Size:

ຫວ່າງມໍ່ໆມານີ້, ທະນາຄານປະຊາຊົນຈີນ ເຊິ່ງເປັນທະນາຄານກາງຂອງຈີນ ກັບ ທະນາຄານແຫ່ງສປປລາວໄດ້ຕໍ່ອາຍຸ “ສັນຍາວ່າດ້ວຍການແລກປ່ຽນເງິນຕາທ້ອງຖິ່ນສອງຝ່າຍໃນສະກຸນເງິນຢວນ / ເງິນກີບ”.

ພ້ອມກັນນັ້ນ,ທະນາຄານກາງຂອງສອງປະເທດຍັງໄດ້ຕໍ່ອາຍຸ “ບົດບັນທຶກຄວາມເຂົ້າໃຈລະຫວ່າງທະນາຄານປະຊາຊົນຈີນ ກັບ ທະນາຄານແຫ່ງສປປລາວກ່ຽວກັບການເພີ່ມທະວີການຮ່ວມມືໃນດ້ານການປະດິດສ້າງການທະນາຄານ, ການຊຳລະເງິນດີຈີຕອນ ແລະ ສະກຸນເງິນດີຈີຕອນ”.