ວັນທີ 3 ມິຖຸນານີ້, ຢູ່ນະຄອນຫາງໂຈ່ວແຂວງເຈີ້ຈ່ຽງຂອງຈີນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວໄດ້ໃຫ້ສຳພາດຕໍ່ລາຍການ “ການສຳພາດການນຳຂັ້ນສູງ” ຂອງວິທະຍຸໂທລະພາບສູນກາງຈີນຫຼື CMG, ທ່ານ ທອງລຸນ ສີສຸລິດ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງເສັ້ນທາງລົດໄຟລາວ-ຈີນທີ່ມີຕໍ່ການພັດທະນາເສດຖະກິດ-ສັງຄົມຂອງລາວ, ທ່ານກ່າວວ່າ, ເສັ້ນທາງລົດໄຟລາວ-ຈີນໄດ້ປ່ຽນໂສມໜ້າຂອງປະເທດລາວໃຫ້ດີຂຶ້ນຢ່າງຫຼວງຫຼາຍ ແລະ ເຮັດໃຫ້ຄວາມຝັນຂອງປະຊາຊົນລາວປາກົດເປັນຈິງ.
ແຫຼ່ງຂ່າວຈາກ: CGTN