
ຕອນບ່າຍວັນທີ 4 ມິຖຸນານີ້, ຢູ່ສະຖາບັນຄົ້ນຄວ້າເຕັກໂນໂລຊີອະວະກາດຈີນທີ່ນະຄອນຫຼວງປັກກິ່ງ, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການເງິນລາວ ໄດ້ໃຫ້ສຳພາດຕໍ່ນັກຂ່າວຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG.
ທ່ານ ສັນຕິພາບ ພົມວິຫານ ກ່າວວ່າ: ໂລກໃນປັດຈຸບັນ, ຈີນມີຄວາມສຳຄັນຫຼາຍໃນການຫັນເປັນດີຈີຕອນ ແລະ ຫັນເປັນປັນຍາປະດິດ (AI) ເພື່ອພັດທະນາເສດຖະກິດ-ສັງຄົມ. ການພັດທະນາເຕັກໂນໂລຊີຂອງຈີນໄວຫຼາຍ ເປັນອັນດັບຕົ້ນໆໃນໂລກ. ລາວ-ຈີນເປັນຄູ່ຮ່ວມຊາຕາກຳ, ສອງປະເທດມີແຜນການພັດທະນາການຮ່ວມມືເຊິ່ງກັນແລະກັນໃນຫຼາຍຂົງເຂດ, ສອງຝ່າຍມີຄວາມຈຳເປັນຕ້ອງໄດ້ສືບທອດການຮ່ວມມື ເພື່ອນຳເອົາຜົນສຳເລັດທາງດ້ານເຕັກໂນໂລຊີຂອງຈີນເຂົ້າໃນການຊ່ວຍເຫຼືອການພັດທະນາຂອງປະເທດລາວ.
、
ມື້ດຽວກັນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວພ້ອມດ້ວຍຄະນະຜູ້ແທນລາວໄດ້ເດີນທາງໄປຢ້ຽມຢາມສະຖາບັນຄົ້ນຄວ້າເຕັກໂນໂລຊີອະວະກາດຈີນ.
