ພັນ​ລະ​ຍາ​ປະ​ທານ​ປະ​ເທດ​ລາວ: ຂໍ​ໃຫ້​ມິດ​ຕະ​ພາບ​ລະ​ຫວ່າງ​ລາວ-ຈີນສືບ​ຕໍ່​ຈະ​ເລີນ​ຮຸ່ງ​ເຮືອງຢ່າງ​ບໍ່​ຢຸດ​ຢັ້ງ

CRI,    June 09, 2026
Size:

ວັນທີ 2 ມິຖຸນານີ້, ທ່ານນາງ ນາລີ ສີສຸລິດ ພັນລະຍາທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວທີ່ເດີນທາງມາຢ້ຽມຢາມຈີນທາງລັດຖະກິດ ໄດ້ໄປຢ້ຽມຢາມໂຮງຮຽນອະນຸບານທີ່ຂຶ້ນກັບມະຫາວິທະຍາໄລສ້າງຄູເຈີ້ຈ່ຽງ ແລະຫໍພິພິທະພັນສາຍໄໝຈີນຕາມລຳດັບ.

ເນື່ອງໃນໂອກາດບຸນຕ່ວນອູທີ່ເປັນບຸນປະເພນີຂອງຈີນໃກ້ຈະວຽນມາເຖິງ,ເດັກນ້ອຍຢູ່ໃນໂຮງຮຽນອະນຸບານພວມເຮັດຖົງສະໝຸນໄພ. ເດັກນ້ອຍຄົນໜຶ່ງໄດ້ມອບຖົງສະໝຸນໄພຮູບດອກບົວທີ່ຕົນຫາກໍ່ເຮັດສຳເລັດໃຫ້ທ່ານນາງ ນາລີ ສີສຸລິດ. ທ່ານນາງ ນາລີ ໄດ້ຮັບເອົາແລະເວົ້າດ້ວຍຮອຍຍິ້ມວ່າ: “ດອກບົວມີຄວາມໝາຍທີ່ດີຫຼາຍ,ຂໍໃຫ້ມິດຕະພາບລະຫວ່າງລາວ-ຈີນສືບຕໍ່ຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ.”