ເສັ້ນທາງລົດໄຟລາວ-ຈີນໄດ້ໃຫ້ບໍລິການລົດໄຟໂດຍສານຫຼາຍກວ່າ 1 ແສນຖ້ຽວ

CRI,    June 04, 2026
Size:

ອີງຕາມຂໍ້ມູນຈາກກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນໝິງໃຫ້ຮູ້ວ່າ: ນັບແຕ່ ເສັ້ນທາງລົດໄຟຈີນ-ລາວ ລາວ-ຈີນໄດ້ເປີດບໍລິການໃນວັນທີ 3 ທັນວາປີ 2021, ມາຮອດວັນທີ 27 ພຶດສະພານີ້, ນັບລວມແລ້ວໄດ້ໃຫ້ບໍລິການລົດໄຟໂດຍສານຫຼາຍກວ່າ 1 ແສນຖ້ຽວ, ໄດ້ຂົນສົ່ງຜູ້ໂດຍສານ 73 ລ້ານເທືຶ່ອຄົນ, ໄດ້ຂົນສົ່ງຜູ້ໂດຍສານຂ້າມຊາຍແດນທີ່ມາຈາກ 120 ກວ່າປະເທດແລະເຂດແຄວ້ນຫຼາຍກວ່າ 8 ແສນ 4 ໝື່ນເທື່ອຄົນ, “ເສັ້ນທາງຄຳ” ທີ່ເຊື່ອມໂຍງຄວາມປາຖະໜາຮ່ວມຂອງປະຊາຊົນລາວແລະຈີນສາຍນີ້ກຳລັງເພີ່ມພະລັງຊີວິດໃໝ່ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງພາກພື້ນດ້ວຍຄວາມສາມາດໃນການຂົນສົ່ງທີ່ນັບມື້ນັບຄຶກຄື້ນກວ່າເກົ່າ.