ວັນທີ 29 ພຶດສະພານີ້, ທ່ານ ຫູຈ້າວມິງ ໂຄສົກຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດຈີນປະກາດວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດແຫ່ງ ສປ ຈີນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ຈະເດີນທາງຢ້ຽມຢາມຈີນທາງລັດຖະກິດ ລະຫວ່າງວັນທີ 2-6 ມິຖຸນານີ້.