
ວັນທີ 22 ພຶດສະພານີ້, ສູນຈີນ—ອາຊຽນ ແລະ ສະຖານທູດລາວປະຈໍາຈີນ ໄດ້ຮ່ວມກັນຈັດກິດຈະກຳ “ລາຕີຮູບເງົາອາຊຽນ (ລາວ)” ຢູ່ສູນຈີນ—ອາຊຽນທີ່ນະຄອນຫຼວງປັກກິ່ງຂອງຈີນ. ທ່ານ ສືຈົ່ງຈວິ້ນ ເລຂາທິການສູນຈີນ—ອາຊຽນ, ທ່ານ ພູວາ ຊາມູນຕີ ຫົວໜ້າຫ້ອງການສະຖານທູດລາວປະຈໍາຈີນ ພ້ອມດ້ວຍທູຕານຸທູດຂອງປະເທດສະມາຊິກອາຊຽນປະຈໍາຈີນ, ຜູ້ຕາງໜ້ານັກສຶກສາຈີນ ແລະ ນັກສຶກສາລາວທີ່ຮຽນຢູ່ຈີນ ທັງໝົດ 60 ກວ່າຄົນໄດ້ເຂົ້າຮ່ວມ.

ທ່ານ ສືຈົ່ງຈວິ້ນ ກ່າວວ່າ: ປີ 2026 ແມ່ນປີທີ່ຈີນ ແລະ ລາວສ້າງຕັ້ງສາຍພົວພັນທາງການທູດ ຄົບຄອບ 65 ປີ, ປີມິດຕະພາບຈີນ-ລາວ ແລະ ຈີນ-ອາຊຽນສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອາຊຽນ ຄົບຮອບ 5 ປີ. ການຈັດກິດຈະກຳ “ລາຕີຮູບເງົາອາຊຽນ (ລາວ)” ພາຍໃຕ້ເບື້ອງຫຼັງດັ່ງກ່າວ ແມ່ນມີຄວາມໝາຍຄວາມສໍາຄັນພິເສດ. ຮູບເງົາແມ່ນສິລະປະທີ່ເຂົ້າເຖິງຈິດໃຈຄົນ, ສາມາດສະແດງໃຫ້ເຫັນເຖິງຮີດຄອງປະເພນີ ແລະ ວັດທະນະທໍາຂອງປະເທດໜຶ່ງໆ, ເຊື່ອໝັ້ນວ່າກິດຈະກໍາຄັ້ງນີ້ຈະເສີມຂະຫຍາຍບົດບາດອັນຕັ້ງໜ້າເຂົ້າໃນການຊຸກຍູ້ການແລກປ່ຽນວັດທະນະທໍາລະຫວ່າງສອງຝ່າຍ, ເພີ່ມທະວີມິດຕະພາບທີ່ເປັນມູນເຊື້ອ ໂດຍສະເພາະມິດຕະພາບລະຫວ່າງຊາວໜຸ່ມຂອງສອງປະເທດ.

ທ່ານ ພູວາ ຊາມູນຕີ ກ່າວວ່າ: ລາຕີຮູບເງົາລາວແມ່ນໜຶ່ງໃນກິດຈະກໍາທີ່ສະເຫຼີມສະຫຼອງລາວ—ຈີນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 65 ປີ ແລະປີມິດຕະພາບລາວ—ຈີນ. ຮູບເງົາລາວໄດ້ສະແດງໃຫ້ເຫັນເຖິງມົນສະເໜ່ພິເສດຂອງວັດທະນະທໍາລາວ, ສາມາດນໍາເອົາຄວາມເບີກບານມ່ວນຊື່ນ ແລະ ແຮງບັນດານໃຈໃຫ້ແກ່ຜູ້ຊົມທັງຫຼາຍ, ເປັນຊ່ອງທາງສໍາຄັນ ທີ່ເພີ່ມຄວາມເຂົ້າໃຈກັນ ແລະ ເຊື່ອມສານຈິດໃຈລະຫວ່າງປະຊາຊົນສອງປະເທດ. ອາຊຽນ ແລະ ຈີນ ມີກໍາລັງບົ່ມຊ້ອມອັນໃຫຍ່ຫຼວງໃນການຮ່ວມມືດ້ານອຸດສາຫະກໍາຮູບເງົາ, ຫວັງວ່າລາວ ແລະ ຈີນຈະມີການຮ່ວມມືທີ່ເລິກເຊິ່ງກວ່າເກົ່າໃນດ້ານວັດທະນະທໍາ.

ໃນກິດຈະກຳດັ່ງກ່າວ ໄດ້ສາຍຮູບເງົາລາວເລື່ອງ: “ຫົງຫາມເຕົ່າ”. ຫຼັງຈາກຮັບຊົມຮູບເງົາແລ້ວ, ນັກສຶກສາທີ່ຮ່ວມງານໄດ້ແບ່ງປັນຄວາມຮູ້ສຶກຕໍ່ຮູບເງົາ ແລະຄວາມເຂົ້າໃຈຕໍ່ສາຍພົວພັນລະຫວ່າງຈີນ—ລາວ ເຊິ່ງມີບັນຍາກາດຟົດຟື້ນຫຼາຍ.