ຈີນ ແລະ ລາວ​ຮ່ວມ​ກັນ​ປັບ​ໜ້າ​ລາງ​ຂອງ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ຢ່າງ​ຂະ​ໜາດ​ໃຫຍ່​ເປັນ​ຄັ້ງ​ທຳ​ອິດ

CRI,    May 25, 2026
Size:

ແຫຼ່ງຂ່າວຈາກກຸ່ມບໍລິສັດເສັ້ນທາງລົດໄຟຈີນສາຂາຄຸນໝິງຈຳກັດໃຫູ້ຮ້ວ່າ: ເພື່ອຮັບປະກັນໃຫ້ເສັ້ນທາງລົດໄຟລາວ-ຈີນປະຕິບັດງານຢ່າງປອດໄພ, ຫວ່າງມໍ່ໆມານີ້, ກຸ່ມບໍລິສັດເສັ້ນທາງລົດໄຟຈີນສາຂາຄຸນໝິງຈຳກັດຮ່ວມກັບບໍລິສັດເສັ້ນທາງລົດໄຟລາວ-ຈີນໄດ້ຮ່ວມກັນປັບໜ້າລາງຂອງເສັ້ນທາງລົດໄຟລາວ-ຈີນຢ່າງຂະໜາດໃຫຍ່ເປັນຄັ້ງທຳອິດ ໃນຕອນກາງຄືນທີ່ມີລົດໄຟແລ່ນຜ່ານໜ້ອຍ.

ຕາມຂ່າວແຈ້ງວ່າ: ໂດຍຜ່ານຈາກການປັບໜ້າລາງລົດໄຟແບບມາດຕະຖານ ແລະ ຕາມຫຼັກວິທະຍາສາດ, ສາມາດຟື້ນຟູ ຫຼື ຫຼຸດຜ່ອນຄວາມຫຼຸ້ຍຫ້ຽນຂອງລາງລົດໄຟໄດ້ຢ່າງມີປະສິດທິພາບສູງ, ເຮັດໃຫ້ຂະບວນລົດໄຟແລ່ນຕາມລາງໄດ້ດີກວ່າເກົ່າ ແລະ ຜູ້ໂດຍສານທີ່ຢູ່ເທິງລົດໄຟຮູ້ສຶກສະບາຍກວ່າເກົ່າ ພ້ອມທັງສາມາດຍືດອາຍຸໃຊ້ງານຂອງລາງລົດໄຟໄດ້ຢ່າງຫຼວງຫຼາຍ.

ຄາດວ່າການປັບໜ້າລາງລົດໄຟຄັ້ງນີ້ຈະມີຄວາມຍາວເຖິງ 164 ກິໂລແມັດ ໂດຍຈະດຳເນີນໄປຮອດທ້າຍເດືອນກໍລະກົດປີນີ້.