ບໍ​ລິ​ສັດ​ລັດ​ວິ​ສາ​ຫະ​ກິດ​ການ​ບິນ​ລາວ​ເຂົ້າ​ປະ​ຈຳ​ສະ​ໜາ​ມ​ບິນ​ເສິນ​ເຈິ້ນ​ຂອງ​ຈີນ​ເພື່ອ​​ໃຫ້​ບໍ​ລິ​ການ​ເສັ້ນ​ທາງ​ບິນ​ເສິນ​ເຈິ້ນ-ວຽງ​ຈັນ

CRI,    May 21, 2026
Size:

ຫວ່າງມໍ່ໆມານີ້, ບໍລິສັດລັດວິສາຫະກິດການບິນລາວໄດ້ເຂົ້າປະຈຳສະໜາມບິນເສິນເຈິ້ນຂອງຈີນຢ່າງເປັນທາງການ ເພື່ອໃຫ້ບໍລິການເສັ້ນທາງບິນໂດຍສານສາກົນ ແລະ ເປີດເສັ້ນທາງການບິນທີ່ສະດວກວ່ອງໄວກວ່າເກົ່າໃຫ້ແກ່ການແລກປ່ຽນດ້ານເສດຖະກິດການຄ້າ ແລະ ການແລກປ່ຽນດ້ານວັດທະນະທຳລະຫວ່າງເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາເກົາ ແລະ ລາວ.

ເສັ້ນທາງການບິນເສິນເຈິ້ນ-ວຽງຈັນທີ່ເປີດໃໝ່ໃນຄັ້ງນີ້ ຈະໃຫ້ບໍລິການຖ້ຽວບິນໄປ-ກັບລະຫວ່າງສອງຕົວເມືອງທຸກລະເທື່ອ 1 ຖ້ຽວຕໍ່ອາທິດ. ໃນນັ້ນ, ຖ້ຽວບິນຂາເຂົ້າ QV861 ຈະບິນອອກຈາກນະຄອນຫຼວງວຽງຈັນໃນເວລາ 21 ໂມງ 55 ນາທີ ຂອງທຸກວັນເສົາຕາມເວລາວຽງຈັນ ແລະ ເດີນທາງໄປຮອດນະຄອນເສິນເຈິ້ນຂອງຈີນໃນເວລາ 1 ໂມງ 5 ນາທີ ຂອງມືີ້ຕໍ່ໄປຕາມເວລາປັກກິ່ງ; ສ່ວນຖ້ຽວບິນຂາອອກ QV862 ຈະບິນອອກຈາກນະຄອນເສິນເຈິ້ນໃນເວລາ 02 ໂມງ 15 ນາທີ ຂອງທຸກວັນອາທິດຕາມເວລາປັກກິ່ງ ແລະ ເດີນທາງໄປຮອດນະຄອນຫຼວງວຽງຈັນໃນເວລາ 03 ໂມງ 20 ນາທີຕາມເວລາວຽງຈັນ.

ການເປີດເສັ້ນທາງການບິນເສິນເຈິ້ນ-ວຽງຈັນຢູ່ສະໜາມບິນເສິນເຈິ້ນຄັ້ງນີ້ເປັນບາດກ້າວສຳຄັນຂອງບໍລິສັດລັດວິສາຫະກິດການບິນລາວ ເພື່ອຂະຫຍາຍຕະຫຼາດຢູ່ຈີນ ແລະ ຮັດແໜ້ນສາຍພົວພັນທາງການບິນລະຫວ່າງລາວ-ຈີນໃຫ້ນັບມື້ດີຂຶ້ນ.