
ໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ (25/04/1961-25/04/2026), ທ່ານ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ (CMG) ໃນວັນທີ 27 ເມສາ 2026.
ທ່ານໄດ້ຍົກໃຫ້ເຫັນການຂະຫຍາຍຕົວຂອງການພົວພັນລາວ-ຈີນ, ເຊິ່ງສອງປະເທດມີສາຍພົວພັນມິດຕະພາບ ແລະ ການຮ່ວມມືກັນມາແຕ່ບູຮານນະການ, ແລະໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອກັນ, ທັງໃນພາລະກິດຕໍ່ ສູ້ກູ້ຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ, ໂດຍສະ ເພາະພາຍຫຼັງສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດໃນວັນທີ 25 ເມສາ 1961 ເປັນຕົ້ນມາ, ຍ້ອນການເອົາໃຈໃສ່ ແລະ ການຊີ້ນໍາໆ ພາທາງດ້ານຍຸດທະສາດຈາກການນໍາສູງສຸດຂອງສອງພັກ-ສອງລັດ, ການຮ່ວມມືລາວ-ຈີນ ໄດ້ຮັບການພັດທະນາ ແລະ ເພີ່ມພູນຄູນສ້າງຈາກການນໍາຮຸ່ນຕ່າງໆ ໂດຍຜ່ານການທົດສອບໃນເວລາທີ່ບໍ່ທໍາມະດາກໍມີ ແລະ ໃນເວລາສັນຕິພາບກໍມີ.
ຈາກການກໍານົດຕາມທິດ “ໜັ້ນຄົງຍາວນານ, ບ້ານໃກ້ເຮືອນຄຽງທີ່ດີ, ໄວ້ເນື້ອເຊື່ອໃຈກັນ ຮ່ວມມືຮອບດ້ານ” ໄດ້ຍົກລະດັບຂຶ້ນເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ” ຕາມທິດ 4 ດີ ແລະ ສ້າງເປັນ “ຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ”, ເຊິ່ງປັດຈຸບັນພວມຢູ່ໃນໄລຍະປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ສະບັບທີ 2 (2024-2028) ເຮັດໃຫ້ການຮ່ວມມືສອງປະເທດນັບມື້ນັບໜັກແໜ້ນ, ມີທ່າອ່ຽງໃໝ່, ຄຸນນະພາບໃໝ່ ແລະ ນໍາເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນສອງປະເທດ, ທັງຢູ່ໃນໄລຍະດີທີ່ສຸດໃນປະຫວັດສາດການພົວພັນລາວ-ຈີນ.

ທ່ານ ສົມພອນ ສີຈະເລີນ ໄດ້ຍົກໃຫ້ເຫັນບາງໂຄງການພົ້ນເດັ່ນຂອງການຮ່ວມມືລາວ-ຈີນ ໂດຍສະເພາະເສັ້ນທາງລົດໄຟລາວ-ຈີນ ທີ່ຢູ່ພາຍໃຕ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ປະກອບສ່ວນສໍາຄັນເຂົ້າໃນແຜນຍຸດທະສາດຂອງລາວໃນການ “ຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ” ແລະ ປະກອບສ່ວນສໍາຄັນໃຫ້ແກ່ການພັທທະນາເສດຖະກິດ-ສັງຄົມຂອງລາວ. ນັບແຕ່ເປີດບໍລິການມາຮອດປັດຈຸບັນ ໄດ້ຂົນສົ່ງຜູ້ໂດຍສານແລ້ວຫຼາຍກວ່າ 70 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າຫຼາຍກວ່າ 80 ລ້ານໂຕນ ເຊິ່ງເປັນຜົນສໍາເລັດທີ່ເກີນຄາດຄະເນໄວ້, ພ້ອມນີ້ ທ່ານໄດ້ຍົກໃຫ້ເຫັນໂຄງການລົດໄຟ ລາວ-ຫວຽດນາມ ທີ່ເປັນໂຄງການຍຸດທະສາດຂອງລາວ ເພື່ອແນໃສ່ເຊື່ອມຈອດກັບເສັ້ນທາງລົດໄຟລາວ-ຈີນ, ຖ້າຫາກໄດ້ຮັບການກໍ່ສ້າງສໍາເລັດຈະເຮັດໃຫ້ການເດີນທາງໄປ-ມາ ແລະ ຂົນສົ່ງສິນຄ້າຍິ່ງມີຄວາມສະດວກສະບາຍ, ແລະຈະປະກອບສ່ວນເຮັດໃຫ້ລົດໄຟ ລາວ-ຈີນ ນັບມື້ນໍາເອົາຜົນປະ ໂຫຍດມາໃຫ້ລາວ-ຈີນ ກໍຄື ປະເທດອ້ອມຂ້າງ ແລະ ພາກພື້ນຫຼາຍຂຶ້ນກວ່າເກົ່າ.
ຄຽງຄູ່ກັນນີ້, ຍັງຍົກໃຫ້ເຫັນບາງໂຄງການພົ້ນເດັ່ນໃນຂົງເຂດພະລັງງານສີຂຽວ, ນັ້ນຄື ໂຄງການເຊື່ອຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ລາວ-ຈີນ ທີ່ເປີດນໍາໃຊ້ຢ່າງເປັນທາງການເມື່ອບໍ່ດົນມານີ້ ເຊິ່ງມີຄວາມຍາວ 177 ກິໂລແມັດ ຈາກຄຸນໝີງມາຫາສອງແຂວງຂອງລາວ ຄື: ຫຼວງນໍ້າທາ ແລະ ອຸດົມໄຊ, ເປັນໂຄງການທໍາອິດຂອງຈີນທີ່ນໍາສາຍສົ່ງນີ້ລະຫວ່າງປະເທດ. ສໍາລັບລາວແລ້ວ ນີ້ຖືເປັນເລື່ອງໃໝ່ ແລະ ເປັນການຮ່ວມມືໃນຂົງເຂດທີ່ໃຫຍ່ຫຼວງ, ທັງຈະເອື້ອອໍານວຍທີ່ສຸດໃຫ້ແກ່ການນໍາໃຊ້ໄຟຟ້າຢູ່ລາວມີຄວາມສົມດູນ, ມີການສົ່ງກະແສໄຟຟ້າສອງສົ້ນລາວ-ຈີນ ແລະ ກາຍເປັນລາຍຮັບຈາກການສົ່ງອອກທີ່ໝັ້ນຄົງ. ນີ້ຖືເປັນໂຄງການທີ່ມີຄວາມໝາຍທາງດ້ານຍຸດທະສາດ ເພາະເປັນຕົວແບບໃຫ້ແກ່ການຮ່ວມມືລາວ-ຈີນ ແລະ ປະເທດອື່ນໆ ທີ່ນໍາໃຊ້ເຕັກໂນໂລຊີທັນສະໄໝລະດັບສູງ ແລະ ເປັນການບຸກທະລຸທີ່ບໍ່ເຄີຍມີ.

ພ້ອມນີ້, ທ່ານຍັງໄດ້ຕີລາຄາສູງຕໍ່ການປະກອບສ່ວນທາງດ້ານສະຕິປັນຍາຂອງພັກ-ລັດຈີນທີ່ມີຕໍ່ການພັດທະນາທົ່ວໂລກ ໂດຍຜ່ານ 4 ຂໍ້ລິເລີ່ມທີ່ສະເໜີໂດຍ ທ່ານ ສີ ຈິ້ນຜິງ, ປະທານປະເທດຈີນ ເຊິ່ງໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງຈາກປະຊາຄົມໂລກ. ສໍາລັບລາວແລ້ວ ໄດ້ໃຫ້ການສະໜັບສະໜູນແຕ່ຫົວທີ ແລະ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ໂດຍສະເພາະຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”. ເພື່ອໃຫ້ການປະຕິບັດຂໍ້ລິເລີ່ມດັ່ງກ່າວໄດ້ຮັບຜົນດີກວ່າເກົ່າໃນຕໍ່ໜ້າ, ທ່ານສະເໜີຄວາມຄິດບາງບັນຫາ ເຊັ່ນ: ຕ້ອງເພີ່ມທະວີການປະສານງານກັນໃນຂອບການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” ໂດຍສະເພາະການພັດທະນາເຊື່ອມຕໍ່ທາງດ້ານພື້ນຖານໂຄງລ່າງ ແລະ ການລົບລ້າງຄວາມທຸກຍາກ ໃຫ້ໄດ້ຮັບການຂະ ຫຍາຍຕົວຂຶ້ນເລື້ອຍໆ ແລະ ມີລັກສະນະຍືນຍົງ. ສໍາລັບຂອບການພົວພັນຮ່ວມມືທີ່ມີຢູ່ແລ້ວ ຄືຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄວນສະກັດກັ້ນ ແລະ ແກ້ໄຂສິ່ງທ້າທາຍຕ່າງໆ ໂດຍສະເພາະການຮ່ວມກັນປົກປັກຮັກສາແຫຼ່ງຊັບພະຍາກອນນໍ້າ, ຊັບພະຍາກອນທໍາມະຊາດ, ຄວາມໝັ້ນຄົງທາງການເດີນເຮືອ ແລະ ການຄ້າຂ້າມຊາຍແດນອື່ນໆ; ພ້ອມນີ້, ຕ້ອງເພີ່ມທະວີການພົວພັນຮ່ວມມືໃນຂອບອາຊຽນ ເພາະຈີນກັບອາຊຽນມີກົນໄກການຮ່ວມມືກວ້າງຂວາງ ແລະ ລະອຽດຊັດເຈນ ເຊິ່ງແນ່ນອນແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ, ແລະ ອື່ນໆ.
ປີນີ້ແມ່ນປີຄົບຮອບ 105 ປີຂອງການສ້າງຕັ້ງພັກຄອມມູນິດຈີນ, ໃນໂອກາດນີ້ ທ່ານທູດລາວປະຈໍາ ສປ ຈີນ ໄດ້ຕີລາຄາກ່ຽວກັບການຊີ້ນໍາໆ ພາຂອງພັກຄອມມູນິດຈີນໃນໄລຍະຜ່ານມາ ເຊິ່ງສາມາດນໍາພາປະຊາຊົນຈີນຜ່ານຜ່າພະຍຸລົມແດງທີ່ຫຍຸ້ງຍາກຂ້ຽວຂາດທີ່ສຸດໃນປະຫວັດສາດ ກໍຄື ໃນໄລຍະສ້າງສາພັດທະນາກໍາລັງຫັນເປັນທັນສະໄໝແບບຈີນ ທີ່ມີ ສະຫາຍ ສີຈິ້ນຜິງ ເປັນແກນກາງ. ພັກຄອມມູນິດຈີນແຕ່ໃດໆມາ ແມ່ນຍຶດໝັ້ນອຸດົມການທີ່ພັກໄດ້ໃຫ້ແກ່ປະຊາຊົນ, ໃຫ້ແກ່ສັງຄົມຂອງຈີນແຕ່ເບື້ອງຕົ້ນ, ບໍ່ປ່ຽນແປງ, ສະເໝີຕົ້ນສະເໝີປາຍ, ເດີນຕາມທິດທາງການສ້າງສັງຄົມນິຍົມທີິ່ມີລັກສະນະພິເສດຂອງຈີນໃນຍຸກໃໝ່ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ນັບມື້ປະສົບຜົນສໍາເລັດຢ່າງພົ້ນເດັ່ນ, ການສ້າງຄວາມທັນສະໄໝແບບຈີນ ບໍ່ພຽງແຕ່ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຈີນ ເທົ່ານັ້ນ, ຍັງສ້າງຜົນປະ ໂຫຍດ ແລະ ສອດຄ່ອງກັບຄວາມມຸ່ງມາດປາດຖະໜາຂອງມວນມະນຸດໃນໂລກ ຕື່ມອີກ. ໃນກວ່າໜຶ່ງສະຕະວັດຜ່ານມາ ໄດ້ພິສູດໃຫ້ເຫັນວ່າ: ແນວທາງນະໂຍບາຍທີ່ພັກຄອມມູນິດຈີນຍຶດຖື, ຫຼັກໝັ້ນທີ່ພັກຄອມມູນິດຈີນຍຶດຖື ແລະ ການປັບປຸງຕົນເອງ, ກ້າປະຕິວັດຕົນເອງ, ເຮັດໃຫ້ປະຊາຊົນມີຄວາມເຊື່ອຖື ແລະ ພັກສາມາດຮັກສາອໍານາດໄດ້ໃນໄລຍະຍາວນານ.
ນອກຈາກນີ້, ທ່ານຍັງໄດ້ຍັງຕີລາຄາຜົນສໍາເລັດໃນການຢ້ຽມຢາມຈີນຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ໃນຖານະທູດພິເສດຂອງ ເລ ຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ. ການສົ່ງຜູ້ຕາງໜ້າພິເສດຂອງການ ນໍາສູງສຸດໄປມາຫາສູ່ກັນຄືແນວນີ້ ສະແດງໃຫ້ເຫັນວ່າ ສອງປະເທດມີການພົວພັນຮ່ວມມືທີ່ດີທີ່ສຸດ ແລະ ມີຄວາມເຊື່ອໝັ້ນທາງດ້ານການເມືອງທີ່ມີລັກສະນະເລິກເຊິ່ງໃນລະດັບສູງ. ນີ້ຖືເປັນກົນໄກທີ່ມີປະໂຫຍດຫຼາຍ ແລະ ມີລັກສະນະພິເສດ ເຊິ່ງສອງຝ່າຍຈະຕ້ອງສືບຕໍ່. ພ້ອມນີ້, ທ່ານຍັງໄດ້ຕີລາຄາເປັນຢ່າງສູງຕໍ່ການປະກອບສ່ວນຂອງສະຖານີວິທະຍຸ FM93 ເຊິ່ງເປັນວິທະຍຸພາສາລາວຂອງ CMG ທີ່ໄດ້ຮັບການສ້າງຕັ້ງຄົບຮອບ 20 ປີໃນປີນີ້ ໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ທີ່ເປັນປະໂຫຍດເພື່ອປະ ກອບສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວ ພັນມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈລະ ຫວ່າງປະຊາຊົນສອງຊາດ ລາວ-ຈີນ.
ໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ, ທ່ານ ສົມພອນ ສີຈະເລີນ ໄດ້ອວຍໄຊໃຫ້ພອນແກ່ຜູ້ນຳພັກ-ລັດ ສອງປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ພ້ອມກັນສືບຕໍ່ຊີ້ນຳໆ ພາພາລະກິດສ້າງສາພັດທະນາປະເທດຊາດໄປສູ່ຈຸດໝາຍສັງຄົມນິຍົມ, ບັນລຸຜົນສຳເລັດ ແລະ ບັນລຸຄາດໝາຍທີ່ວາງໄວ້ ເພື່ອສ້າງສັງຄົມໃຫ້ເປັນສັງຄົມເພື່ອປະຊາຊົນ ແລະ ສ້າງຄວາມສົມບູນພູນສຸກໃຫ້ແກ່ປະຊາຊົນສອງຊາດ, ພ້ອມນີ້ທ່ານໄດ້ສະແດງຄວາມຫວັງວ່າ ການພົວພັນຮ່ວມມືສອງຝ່າຍ, ດ້ວຍການເອົາໃຈໃສ່ ແລະ ການຊີ້ນຳນາພາທາງຍຸດທະສາດຈາກການນຳສູງສຸດຂອງສອງປະເທດ ແລະ ການເຂົ້າຮ່ວມຢ່າງ ກວ້າງຂວາງຂອງປະຊາຊົນ. ມິດຕະພາບ ແລະ ການພົວພັນທີ່ເປັນມູນເຊື້ອຂອງສອງປະເທດລາວ ແລະ ຈີນ ທີ່ສອງປະເທດປົກປັກຮັກສາ ແລະ ທະນຸຖະໜອມມາເປັນເວລາ 65 ປີ ຈະນັບມື້ນັບເບັ່ງບານ ແລະ ສ້າງຄວາມປະທັບໃຈໃຫ້ແກ່ປະຊາຊົນສອງຊາດ ລາວ-ຈີນ ຕະຫຼອດໄປ.