
ວັນທີ 8 ພຶດສະພານີ້, ດ່ານກວດກາຄົນເຂົ້າ-ອອກເມືອງບໍ່ຫານຈີນໄດ້ແຈ້ງໃຫ້ຮູ້ວ່າ: ໃນໄລຍະລະດູການເກັບກ່ຽວອ້ອຍຈີນ-ລາວປີ 2025-2026, ອ້ອຍຈາກລາວຫຼາຍກວ່າ 1.240.000 ໂຕນໄດ້ຖືກສົ່ງເຂົ້າເມືອງຈີນໂດຍຜ່ານດ່ານຊ້າເຫີ,ທາງມ້ານຈ່ວງແລະທາງຊິ່ນມິນຢູ່ເຂດຊາຍແດນລະຫວ່າງຈີນ-ລາວທີ່ຕັ້ງຢູ່ກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັນນາແຂວງຢຸນນານຈີນ,ເພີ່ມຂຶ້ນຫຼາຍກວ່າ 4,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ,ຄາດວ່າຈະສ້າງມູນຄ່າເພີ່ມຜົນຜະລິດດ້ານອຸດສາຫະກຳຫຼາຍກວ່າ 750 ລ້ານຢວນ.
ລະດູການເກັບກ່ຽວອ້ອຍເລີ່ມຕົ້ນແຕ່ວັນທີ 29 ຕຸລາປີ 2025 ເປັນຕົ້ນມາ,ໃຊ້ເວລາເກັບກ່ຽວ 6 ເດືອນກວ່າ. ໃນໄລຍະນີ້, ດ່ານກວດກາຄົນເຂົ້າອອກເມືອງບໍ່ຫານໄດ້ກວດກາແລະປ່ອຍຜ່ານລົດຂົນສົ່ງອ້ອຍຢູ່ຊາຍແດນຈີນ-ລາວໃນສິບສອງພັນນາ 7 ໝື່ນກວ່າຄັນ.