ຈີນ​ຍິນ​ດີ​ລົງ​ເລິກ​ການ​ຮ່ວມ​ມື​ກັບ​ລາວ​ ພາຍ​ໃຕ້​ຂອບຫຼາຍ​ຝ່າຍ​​ເຊິ່ງ​ລວມ​ທັງ​ອາ​ຊຽນ

CRI,    May 07, 2026
Size:

ວັນທີ 30 ເມສາຜ່ານມານີ້, ຢູ່ນະຄອນຫຼວງປັກກິ່ງຂອງຈີນ, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ພົບປະກັບ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດລາວ.

ທ່ານ ຫວາງຢີ້ ກ່າວວ່າ: ຈີນຍິນດີຮ່ວມກັບລາວເພີ່ມທະວີການແລກປ່ຽນທາງຍຸດທະສາດ, ເພີ່ມຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງ, ຊຸກຍູ້ການຮ່ວມມືສອງຝ່າຍໃນຂົງເຂດການກໍ່ສ້າງທາງລົດໄຟ, ບໍ່ແຮ່, ເສດຖະກິດການຄ້າ ແລະ ຊັບພະຍາກອນມະນຸດ, ລົງເລິກການຮ່ວມມືໃນຂອບຫຼາຍຝ່າຍ ເຊິ່ງລວມທັງຂອບອາຊຽນ, ຮ່ວມກັນຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນລະຫວ່າງການນຳສູງສຸດຂອງສອງພັກ ແລະ ສອງລັດໃຫ້ດີ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ທີ່ມີຄວາມໝາຍຍຸດທະສາດກ້າວໄປສູ່ມາດຕະຖານສູງກວ່າເກົ່າ, ຄຸນນະພາບສູງກວ່າເກົ່າ ແລະ ລະດັບສູງກວ່າເກົ່າ, ທັງປະກອບສ່ວນສໍາຄັນເຂົ້າໃນສັນຕິພາບ ແລະ ການພັດທະນາຂອງພາກພື້ນ ກໍຄື ຂອງໂລກ.

ທ່ານ ທອງສະຫວັນ ພົມວິຫານ ກ່າວວ່າ: ລາວຍຶດໝັ້ນຫຼັກການປະເທດຈີນດຽວຢ່າງເດັດດ່ຽວໜຽວແໜ້ນ, ຫວັງວ່າຈະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນ, ຊຸກຍູ້ການຮ່ວມມືຕົວຈິງ, ເພີ່ມທະວີການປະສານງານຫຼາຍຝ່າຍ, ຈັດຕັ້ງປະຕິບັດແຜນປະຕິບັດງານກ່ຽວກັບການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ແລະ ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ໃຫ້ໄດ້ຮັບຜົນງານຫຼາຍກວ່າເກົ່າ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ຄົບຮອບ 65 ປີ ແລະ “ປີມິດຕະພາບລາວ-ຈີນ”.