
ວັນທີ 30 ເມສາແລ້ວນີ້, ຢູ່ນະຄອນຫຼວງປັກກິ່ງຂອງຈີນ, ສະມາຄົມມິດຕະພາບກັບຕ່າງປະເທດຂອງປະຊາຊົນຈີນ ແລະ ສະຖານທູດລາວປະຈໍາຈີນ ໄດ້ຮ່ວມກັນເປັນເຈົ້າພາບຈັດງານລ້ຽງເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຈີນ-ລາວ ຄົບຮອບ 65 ປີ (25/04/1961-25/04/2026) ແລະ ປີມິດຕະພາບຈີນ-ລາວ ຢ່າງສະຫງ່າຜ່າເຜີຍ. ທ່ານ ຫຼີຫົງຈົ່ງ ກໍາມະການກົມການເມືອງສູນກາງພັກຄອມມູນິດຈີນ ຮອງປະທານຄະນະປະຈໍາສະພາປະຊາຊົນແຫ່ງຊາດຈີນ ແລະ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ເຂົ້າຮ່ວມ ແລະ ກ່າວຄໍາປາໄສ. ຜູ້ຕາງໜ້າຈາກພາກສ່ວນຕ່າງໆຂອງຈີນ-ລາວປະມານ 350 ຄົນໄດ້ເຂົ້າຮ່ວມງານລ້ຽງດັ່ງກ່າວ.


ໂອກາດນີ້, ທ່ານ ຫຼີຫົງຈົ່ງ ກ່າວວ່າ: ພາຍໃຕ້ການຊີ້ນໍາທາງຍຸດທະສາດຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ແລະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວ, ການສ້າງຄູ່ຮ່ວມຊາຕາກໍາຈີນ-ລາວ ໄດ້ຮັບການຊຸກຍູ້ເຂົ້າສູ່ລວງເລິກທີ່ເປັນຮູບປະທໍາຢ່າງບໍ່ຢຸດຢັ້ງ. ຈີນຍິນດີສຸມຄວາມພະຍາຍາມຮ່ວມກັບລາວໃນການເພີ່ມທະວີການສົນທະນາທາງຍຸດທະສາດ, ຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່່າງໄດ້ຮັບຜົນປະໂຫຍດ, ລົງເລິກມິດຕະພາບລະຫວ່າງປະຊາຊົນ ເພື່ອບຸກເບີກສ້າງອະນາຄົດທີ່ດີງາມກວ່າເກົ່າໃຫ້ແກ່ການພົວພັນລະຫວ່າງຈີນ-ລາວ.

ທ່ານ ທອງສະຫວັນ ພົມວິຫານ ກ່າວວ່າ: ການພົວພັນລາວ-ຈີນ ພວມຢູ່ໃນໄລຍະດີທີ່ສຸດໃນປະຫວັດສາດ, ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າຍາມໃດກໍທະນຸຖະຫນອມມິດຕະພາບອັນເປັນມູນເຊື້ອລະຫວ່າງລາວ-ຈີນ ແລະ ຍິນດີຮ່ວມມືກັບຈີນໃນການຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນໃຫ້ໄດ້ຮັບຜົນສໍາເລັດອັນໃໝ່.