ຈີນ​ນຳ​ເຂົ້າ​ຖົ່ວ​ລຽນ​ຈາກອາ​ຊີ​ອາ​ຄະ​ເນ​​ທີ່​ຂົນ​ສົ່ງ​ຜ່ານເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ເພີ່ມ​ຂຶ້ນ 94,2%

CRI,    April 30, 2026
Size:

ກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນໝິງແຈ້ງໃຫ້ຮູ້ວ່າ: ນັບແຕ່ຕົ້ນປີ 2026 ເປັນຕົ້ນມາ, ການຂົນສົ່ງໝາກໄມ້ຂ້າມຊາດຂອງເສັ້ນທາງລົດໄຟລາວ-ຈີນໄດ້ຮັບຜົນສຳເລັດຢ່າງພົ້ນເດັ່ນ, ໃນນັ້ນ, ນັບແຕ່ວັນທີ 1 ມັງກອນຫາວັນທີ 26 ເມສາປີນີ້, ຈີນໄດ້ນຳເຂົ້າຖົ່ວລຽນຈາກອາຊີອາຄະເນທັງໝົດ 50.300 ໂຕນ, ເພີ່ມຂຶ້ນ 94,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.