
ກຸ່ມບໍລິສັດຄຸນມີງທາງລົດໄຟຈີນຈຳກັດເປີດເຜີຍໃຫ້ຮູ້ວ່າ: ວັນທີ 12 ເມສານີ້, ລົດໄຟໂດຍສານສາກົນລາວ-ຈີນໄດ້ເປີດບໍລິການຄົບຮອບ 3 ປີ. ໃນເວລາ 3 ປີມານີ້, ໄດ້ແລ່ນລົດຫຼາຍກວ່າ 3.190 ຖ້ຽວ ແລະຂົນສົ່ງຜູ້ໂດຍສານຂ້າມຊາດຫຼາຍກວ່າ 800.000 ເທື່ອຄົນທີ່ມາຈາກ 120 ກວ່າປະເທດ ແລະເຂດແຄ້ວນ.
ທາງລົດໄຟລາວ-ຈີນໄດ້ເຊື່ອມຕໍ່ຈຸດໝາຍປາຍທາງຂອງການທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບຫຼາຍແຫ່ງ ເຊັ່ນ: ນະຄອນຄຸນມີງ, ກິ່ງແຂວງສິບສອງພັ່ນນາ, ແຂວງຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະອື່ນໆ, ແຫຼ່ງທ່ອງທ່ຽວຫຼາຍກວ່າ 560 ແຫ່ງ, ແມ່ນເສັ້ນທາງຄຳແຫ່ງການທ່ອງທ່ຽວແບບຂ້າມຊາດ. ວັນທີ 13 ເມສາ ປີ 2023, ລົດໄຟໂດຍສານສາກົນລາວ-ຈີນໄດ້ເປີດບໍລິການ ແລະກາຍເປັນທາງເລືອກທຳອິດຂອງຜູ້ໂດຍສານຈີນ ແລະລາວໃນການເດີນທາງຂ້າມຊາດ.
ປັດຈຸບັນ, ມີລົດໄຟໂດຍສານສາກົນທີ່ແລ່ນລະຫວ່າງນະຄອນຄຸນມີງຂອງຈີນ ແລະນະຄອນຫຼວງວຽງຈັນຂອງລາວ 4 ຖ້ຽວຕໍ່ມື້, ແຕ່ລະຖ້ຽວມີບ່ອນນັ່ງສຳລັບຜູ້ໂດຍສານຂ້າມຊາດ 420 ບ່ອນນັ່ງ, ຈາກສະຖານີຄຸນມີງໃຕ້ເດີນທາງໄປຮອດນະຄອນຫຼວງວຽງຈັນໃຊ້ເວລາ 9 ຊົ່ວໂມງ 36 ນາທີ, ຂັ້ນຕອນຜ່ານດ່ານຢູ່ດ່ານບໍ່ຫານຂອງຈີນໃຊ້ເວລາປະມານ 50 ນາທີ.