
ຕອນເຊົ້າວັນທີ 11 ເມສານີ້, ພິທີເປີດເສັ້ນທາງໂດຍສານສາກົນລະຫວ່າງນະຄອນຊຽງຮຸ່ງ (ແຂວງຢຸນນານ) ຈີນ ຫາ ບ້ານຊຽງກົກ (ແຂວງຫຼວງນໍ້າທາ) ລາວ ໄດ້ຈັດຂຶ້ນຢູ່ສູນບໍລິການຂົນສົ່ງສາກົນອາຊຽນຄົບວົງຈອນຕັ້ງຢູ່ກິ່ງແຂວງສິບສອງພັ່ນນາແຂວງຢຸນນານ ຈີນ. ພາຍໃຕ້ການເປັນສັກຂີພິຍານຮ່ວມຂອງຜູ້ຕາງໜ້າສອງຝ່າຍຈີນ-ລາວ, ເຮັດໃຫ້ເສັ້ນທາງໂດຍສານສາກົນຂ້າມຊາຍແດນລະຫວ່າງຈີນ-ລາວໄດ້ເປີດຊ່ອງທາງໃໝ່ອີກຄັ້ງ.

ເສັ້ນທາງໂດຍສານດັ່ງກ່າວມີຄວາມຍາວປະມານ 280 ກິໂລແມັດ, ມີຈຸດເລີ່ມຕົ້ນຢູ່ນະຄອນຊຽງຮຸ່ງ ກິ່ງແຂວງສິບສອງພັ່ນນາ, ອອກລົດຈາກສູນບໍລິການຂົນສົ່ງສາກົນອາຊຽນຄົບວົງຈອນກິ່ງແຂວງສິບສອງພັ່ນນາ ແລະ ອອກເມືອງຈີນຜ່ານດ່ານຊ້າເຫີເມືອງໝັ້ນ, ສອງຝ່າຍຈີນ-ລາວຈະເປີດລົດໂດຍສານຫາກັນແລະກັນມື້ລະ 1 ຖ້ຽວ, ເສັ້ນທາງໂດຍສານດັ່ງກ່າວບໍ່ພຽງແຕ່ໄດ້ສະໜອງທາງເລືອກການເດີນທາງຂ້າມຊາຍແດນທີ່ສະດວກ ແລະ ປອດໄພກວ່າເກົ່າໃຫ້ແກ່ຜູ້ໂດຍສານຈີນ-ລາວເທົ່ານັ້ນ, ຍັງຈະສ້າງຂົວຕໍ່ອັນໃໝ່ໃຫ້ແກ່ການຮ່ວມມືດ້ານເສດຖະກິດການຄ້າລວມເຖິງການແລກປ່ຽນດ້ານວັດທະນະທໍາ ແລະ ການທ່ອງທ່ຽວລະຫວ່າງສອງປະເທດອີກດ້ວຍ.