ໄຕ​ມາດ​ທີ 1 ປີ 2026 ມູນ​ຄ່າ​ສິນ​ຄ້າ​ຂາ​ເຂົ້າ-​ຂາ​ອອກ​ຜ່ານ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ມີ​ເຖິງ 6,81 ຕື້ຢວນ

CRI,    April 14, 2026
Size:

ດ່ານພາສີຄຸນໝິງຈີນແຈ້ງໃຫ້ຮູ້ວ່າ, ໃນໄຕມາດທີ 1 ປີ 2026, ມູນຄ່າສິນຄ້າຂາເຂົ້າຂາອອກຜ່ານເສັ້ນທາງລົດໄຟລາວ-ຈີນມີເຖິງ 6,81 ຕື້ຢວນ, ເພີ່ມຂຶ້ນ 62,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ສ້າງສະຖິຕິສູງສຸດໃໝ່ໃນໄລຍະດຽວກັນ. ນັບແຕ່ເປີດນຳໃຊ້ໃນເດືອນທັນວາປີ 2021 ເປັນຕົ້ນມາ, ມາຮອດວັນທີ 7 ເມສາ 2026, ຍອດມູນຄ່າສິນຄ້າຂາເຂົ້າຂາອອກຜ່ານເສັ້ນທາງລົດໄຟລາວ-ຈີນທະລຸເກີນ 80 ຕື້ຢວນ, ສິນຄ້າຂາເຂົ້າ-ຂາອອກໄດ້ເພີ່ມຈາກ 500 ກວ່າຊະນິດໃນໄລຍະເບື້ອງຕົ້ນຂອງການເປີດນຳໃຊ້ເປັນ 3.800 ກວ່າຊະນິດ, ຮັບໃຊ້ວິສາຫະກິດ 6.000 ກວ່າແຫ່ງໃນທົ່ວປະເທດຈີນ, ນຳຜົນປະໂຫຍດມາໃຫ້ 19 ປະເທດ ແລະເຂດແຄວ້ນ ເຊິ່ງລວມທັງ ລາວ, ໄທ ແລະ ອື່ນໆ. ເສັ້ນທາງລົດໄຟລາວຈີນພວມກາຍເປັນຊ່ອງທາງການຄ້າທີ່ມີປະສິດທິພາບສູງ ໂດຍ “ຂົນສົ່ງຜະລິດຕະພັນຈີນໄປສູ່ທິດໃຕ້ ແລະ ຂົນສົ່ງຜະລິດຕະພັນຈາກອາຊີຕາເວັນອອກສຽງໃຕ້ຂຶ້ນໄປທິດເໜືອ”.