ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳລາວ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ສູນ​ພັດ​ທະ​ນາສີ​ມື​ແຮງ​ງານແຂວງອຸ​ດົມ​ໄຊ

CRI,    April 13, 2026
Size:

ວັນທີ 6 ເມສານີ້, ທ່ານນາງ ຟ່າງຫົງ ເອກອັກຄະລັດຖະທູດຈີນປະຈຳລາວ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ສູນພັດທະນາສີມືແຮງງານແຂວງອຸດົມໄຊທີ່ຊ່ວຍເຫຼືອກໍ່ສ້າງໂດຍຈີນ.

ທ່ານນາງ ຟ່າງຫົງ ສະແດງຄວາມຫວັງວ່າ ທາງສູນຈະພັດທະນາຫຼັກສູດການອົບຮົມທີ່ສອດຄ່ອງກັບຄວາມຕ້ອງການແຫ່ງການພັດທະນາຂອງທ້ອງຖິ່ນ, ປະຕິບັດວຽກງານຕ່າງໆຢ່າງມີວິທະຍາສາດ ເປັນຕົ້ນ: ການສ້າງວິຊາຮຽນ, ການສົ່ງເສີມການຮັບສະໝັກ ແລະ ການຝຶກອົບຮົມພາສາຈີນ ຢ່າງເໝາະສົມ, ສ້າງຄວາມສະດວກໃຫ້ແກ່ຊ່ອງທາງການຝຶກອົບຮົມໄປສູ່ການປະກອບອາຊີບ ເພື່ອສະໜອງຜູ້ມີຄວາມຮູ້ຄວາມສາມາດດ້ານວິຊາການຫຼາຍກວ່າເກົ່າໃຫ້ແກ່ການພັດທະນາເສດຖະກິດຢູ່ພາກເໜືອຂອງລາວ.

ຝ່າຍລາວໄດ້ສະແດງຄວາມຂອບໃຈນຳຝ່າຍຈີນທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ຢືນຢັນວ່າ: ຈະຮ່ວມກັບຈີນເສີມຂະຫຍາຍບົດບາດຂອງສູນຢ່າງເຕັມທີ່ ເພື່ອບຳລຸງສ້າງຜູ້ສ້າງສັງຄົມນິຍົມ ແລະ ຜູ້ສືບທອດມິດຕະພາບລາວ-ຈີນໃຫ້ຫຼາຍຂຶ້ນກວ່າເກົ່າ.

ສູນດັ່ງກ່າວແມ່ນໜຶ່ງໃນໂຄງການ 10 ໂຮງຮຽນທີ່ຈີນໃຫ້ທຶນຊ່ວຍເຫຼືອ ເຊິ່ງເລີ່ມກໍ່ສ້າງໃນເດືອນທັນວາປີ 2023, ສຳເລັດການກໍ່ສ້າງ ແລະ ການມອບ-ຮັບຢ່າງເປັນທາງການໃນເດືນອກັນຍາປີ 2025 ໂດຍມີຈຸດປະສົງຕົ້ນຕໍ ຄືການຝຶກອົບຮົມສີມືແຮງງານຢູ່ 5 ແຂວງພາກເໜືອຂອງລາວ.