
ແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງແຈ້ງໃຫ້ຮູ້ໃນວັນທີ 31 ມີນານີ້ວ່າ: ນັບແຕ່ເສັ້ນທາງລົດໄຟລາວ-ຈີນເປີດນໍາໃຊ້ເປັນຕົ້ນມາ, ສາມາດຂົນສົ່ງຜູ້ໂດຍສານໄດ້ຫຼາຍກວ່າ 70 ລ້ານເທື່ອຄົນ. ໃນນັ້ນ, ຂະບວນລົດໄຟໂດຍສານຕອນທາງຢູ່ລາວໄດ້ເພີ່ມຂຶ້ນຈາກ 4 ຂະບວນຕໍ່ວັນໃນໄລຍະເບື້ອງຕົ້ນຮອດຫຼາຍສຸດ 18 ຂະບວນຕໍ່ວັນ, ຂະນະທີ່ຂະບວນລົດໄຟໂດຍສານຄວາມໄວທໍາມະດາໄດ້ເພີ່ມຂຶ້ນຮອດຫຼາຍກວ່າ 10 ຂະບວນ ໂດຍໄດ້ຂົນສົ່ງຜູ້ໂດຍສານທັງໝົດປະມານ 13 ລ້ານເທື່ອຄົນ.
ນອກນີ້, ຂະບວນລົດໄຟໂດຍສານສາກົນຂອງທາງລົດໄຟລາວ-ຈີນໄດ້ບໍລິການຫຼາຍກວ່າ 3.100 ຂະບວນ, ຈໍານວນຄົນເຂົ້າ-ອອກເມືອງຈາກ 300 ເທື່ອຄົນຕໍ່ວັນໃນເບື້ອງຕົ້ນເພີ່ມຂຶ້ນຮອດຫຼາຍສຸດ 1.600 ເທື່ອຄົນຕໍ່ວັນ, ມີຜູ້ໂດຍສານທັງໝົດ 780.000 ຄົນຈາກຫຼາຍກວ່າ 120 ປະເທດ ແລະ ເຂດແຄວ້ນທົ່ວໂລກໄດ້ທ່ອງທ່ຽວໂດຍຜ່ານຂະບວນລົດໄຟໂດຍສານສາກົນຂ້າມຊາດ, ໄດ້ເສີມຂະຫຍາຍບົດບາດສໍາຄັນເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດ ແລະ ການແລກປ່ຽນດ້ານວັດທະນະທໍາໃນພາກພື້ນ.