
ຕອນເຊົ້າວັນທີ 25 ມີນານີ້, ລົດໄຟຂົນສົ່ງສິນຄ້າສາກົນຕາມທາງລົດໄຟລາວ-ຈີນຂະບວນໜຶ່ງໄດ້ແລ່ນອອກຈາກສະຖານີສູນຕູ້ສິນຄ້າເນີຄຸນມິງໃຕ້ແຂວງຢຸນນານຈີນ ມຸ່ງໜ້າສູ່ນະຄອນຫຼວງວຽງຈັນຂອງລາວ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ການຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນໄດ້ບັນລຸເຖິງ 80 ລ້ານໂຕນຢ່າງເປັນທາງການ, ໃນນັ້ນ, ການຂົນສົ່ງສິນຄ້າຂ້າມຊາດມີຫຼາຍກວ່າ 18 ລ້ານໂຕນ ເຊິ່ງເປັນການຊຸກຍູ້ການພັດທະນາເສດຖະກິດຂອງພາກພື້ນຢ່າງແຂງແຮງ.

ຕາມຂ່າວແຈ້ງວ່າ, ນັບແຕ່ເປີດນຳໃຊ້ເປັນຕົ້ນມາ, ທາງລົດໄຟລາວ-ຈີນໄດ້ແລ່ນລົດໄຟຂົນສົ່ງສິນຄ້າລວມທັງໝົດ 71.000 ຂະບວນ, ຂະນະທີ່ການແລ່ນຂະບວນລົດໄຟຂົນສົ່ງສິນຄ້າຂ້າມຊາດທີ່ແລ່ນຂະໜານກັນຕໍ່ມື້ ໄດ້ເພີ່ມຈາກ 2 ຂະບວນໃນໄລຍະເບື້ອງຕົ້ນ ຂຶ້ນເປັນສູງສຸດ 23 ຂະບວນ, ເຮັດໃຫ້ທາງລົດໄຟລາວ-ຈີນ ໄດ້ກາຍເປັນ “ເສັ້ນທາງຄຳ” ຂອງການເຊື່ອມໂຍງເຊື່ອມຈອດກັນລະຫວ່າງຈີນກັບອາຊຽນ.