
ວັນທີ 11 ມີນານີ້, ກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງຈຳກັດແຈ້ງໃຫ້ຮູ້ວ່າ: ນັບແຕ່ເສັ້ນທາງລົດໄຟລາວ-ຈີນເປີດການບໍລິການຢ່າງເປັນທາງການໃນວັນທີ 3 ທັນວາປີ 2021 ເປັນຕົ້ນມາ, ປະລິມານການຂົນສົ່ງສິນຄ້າຂ້າມຊາຍແດນຍັງຮັກສາການເຕີບໂຕຢ່າງຕໍ່ເນື່ອງ, ນັບມາຮອດວັນທີ 10 ມີນານີ້, ຍອດປະລິມານການຂົນສົ່ງສິນຄ້າຂ້າມຊາຍແດນບັນລຸຫຼາຍກວ່າ 18 ລ້ານໂຕນ.
ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ: ປະລິມານການຂົນສົ່ງສິນຄ້າຂ້າມຊາຍແດນຜ່ານເສັ້ນທາງລົດໄຟລາວ-ຈີນເພີ່ມຂຶ້ນຢ່າງວ່ອງໄວ. ປີ 2025, ໄດ້ຂົນສົ່ງສິນຄ້າຂ້າມຊາຍແດນ 5.460.000 ໂຕນ, ເພີ່ມຂຶ້ນ 14% ເມື່ອທຽບໃສ່ປີ 2024. ນັບແຕ່ເດືອນມັງກອນປີນີ້ເປັນຕົ້ນມາ, ໄດ້ສືບຕໍ່ຮັກສາທ່າອ່ຽງທີ່ດີສົມຄວນ ໂດຍມີການຂົນສົ່ງສິນຄ້າຂ້າມຊາຍແດນ 15.000 ໂຕນຕໍ່ມື້.