ຈັດພິ​ທີ​ເປີດ​ປ້າຍ​ສະ​ຖາ​ບັນ​ແລກ​ປ່ຽນ​ຮຽນ​ຮູ້​ເຊິ່ງ​ກັນ ແລະ​ກັນ​ລະ​ຫວ່າງ​ອະ​ລິ​ຍະ​ທຳ​ຈີນ-ລາວ

CRI,    March 03, 2026
Size:

ຫວ່າງມໍ່ໆມານີ້, ພິທີເປີດປ້າຍສະຖາບັນແລກປ່ຽນຮຽນຮູ້ເຊິ່ງກັນແລະກັນລະຫວ່າງອະລິຍະທຳຈີນ-ລາວ ແລະກິດຈະກຳແລກປ່ຽນວັດທະນະທຳລະຫວ່າງຈີນ-ລາວ ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນຂອງລາວ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າເວທີສຳຄັນດ້ານການແລກປ່ຽນ ແລະຖອດຖອນບົດຮຽນດ້ານວັດທະນະທຳອີກແຫ່ງໜຶ່ງລະຫວ່າງຈີນ-ລາວໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອເພີ່ມພະລັງແຮງດ້ານວັດທະນະທຳອັນໃໝ່ເຂົ້າໃນການລົງເລິກສ້າງຄູ່ຮ່ວມຊາຕາກຳລະຫວ່າງຈີນ-ລາວ.

ໃນອະນາຄົດ, ສະຖາບັນດັ່ງກ່າວຈະຈັດກິດຈະກຳຕ່າງໆເປັນປະຈຳ ເຊັ່ນ: ການແລກປ່ຽນວັດທະນະທຳ, ງານສຳມະນາວິຊາການ ແລະອື່ນໆ ເພື່ອຊຸກຍູ້ໃຫ້ວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງຈີນ, ວັດທະນະທຳວິທະຍາສາດເຕັກໂນໂລຊີທັນສະໄໝຂອງຈີນ ແລະອະລິຍະທຳລາວເຊື່ອມໂຍງເຂົ້າກັນ.