ຈຳ​ນວນນັກ​ທ່ອງ​ທ່ຽວຂ້າມຊາຍ​ແດນ​ໂດຍ​ຜ່ານ​ເສັ້ນ​ທາງ​ລົດ​ໄຟລາວ-ຈີນ​ໃນ​ໄລ​ຍະ​ພັກ​ບຸນ​ກຸດ​ຈີນ​ເພີ່ມ​ຂຶ້ນ 40%

CRI,    February 28, 2026
Size:

ກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງແຈ້ງໃຫ້ຮູ້ວ່າ: ໃນໄລຍະພັກບຸນກຸດຈີນປີນີ້, ການທ່ອງທ່ຽວຂ້າມຊາຍແດນໂດຍຜ່ານເສັ້ນທາງລົດໄຟລາວ-ຈີນໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ ໂດຍມີສົ່ງຜູ້ໂດຍສານຂ້າມຊາຍແດນທັງໝົດ 12.900 ເທື່ອຄົນ, ເພີ່ມຂຶ້ນ 41,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025. ໃນນັ້ນ, ຜູ້ໂດຍສານເຂົ້າເມືອງຈີນມີຫຼາຍກວ່າ 6.300 ເທື່ອຄົນ, ເພີ່ມຂຶ້ນ 52,7%, ຜູ້ໂດຍສານອອກເມືອງມີຫຼາຍກວ່າ 6.500 ເທື່ອຄົນ, ເພີ່ມຂຶ້ນ 32,5%. ນັບແຕ່ເສັ້ນທາງລົດໄຟລາວ-ຈີນເປີດບໍລິການຢ່າງເປັນທາງການເປັນຕົ້ນມາ, ມີນັກທ່ອງທ່ຽວຫຼາຍກວ່າ 700.000 ຄົນຈາກ 124 ປະເທດ ແລະ ເຂດແຄວ້ນໄດ້ເດີນທາງຂ້າມຊາຍແດນດ້ວຍລົດໄຟ EMU ເພື່ອໄປທ່ຽວຕ່າງປະເທດ.

ໃນໄລຍະພັກບຸນກຸດຈີນປີນີ້, ພາກສ່ວນທາງລົດໄຟຮ່ວມກັບດ່ານພາສີ ແລະ ພາກສ່ວນກວດກາຄົນເຂົ້າ-ອອກເມືອງໄດ້ນຳໃຊ້ມາດຕະການອຳນວຍຄວາມສະດວກໃຫ້ແກ່ປະຊາຊົນຫຼາຍກວ່າ 10 ລາຍການ ເພື່ອຍົກລະດັບປະສົບການດ້ານການ ຜ່ານດ່ານຂອງຜູ້ໂດຍສານຢ່າງຮ້ອບດ້ານໃຫ້ດີຂຶ້ນກວ່າເກົ່າ.