ທາງລົດໄຟຈີນ-ລາວຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຈຳນວນຫຼວງຫຼາຍໃນໄລຍະບຸນກຸດຈີນ

CRI,    February 12, 2026
Size:

ເນື່ອງໃນໂອກາດບຸນກຸດຈີນຈະໝູນວຽນມາເຖິງ, ທາງລົດໄຟຈີນ-ລາວເລີ່ມເຂົ້າສູ່ໄລຍະຕ້ອນຮັບນັກທ່ອງທ່ຽວຕ່າງປະເທດເຂົ້າເມືອງຈີນຈຳນວນຫຼວງຫຼາຍເພື່ອຫຼິ້ນບຸນກຸດຈີນ. ນັກທ່ອງທ່ຽວທີ່ມາຈາກແຫ່ງຕ່າງໆຂອງໂລກ ໃຊ້ບໍລິການລົດໄຟສາກົນເຂົ້າເມືອງຈີນ ເພື່ອສຳຜັດມົນສະເໜ່ພິເສດຂອງບຸນກຸດຈີນ.

     ຕົວເລກສະຖິຕິຈາກດ່ານກວດກາຄົນເຂົ້າ-ອອກເມືອງບໍ່ຫານສະແດງໃຫ້ເຫັນວ່າ,ລະຫວ່າງວັນທີ 2 ຫາວັນທີ 8 ກຸມພານີ້,ດ່ານທາງລົດໄຟບໍຫານ ໄດ້ກວດກາ ແລະ ປ່ອຍຜ່ານນັກທ່ອງທ່ຽວທີ່ເຂົ້າ-ອອກເມືອງຈີນແລ້ວ 8.400 ເທື່ອຄົນ, ໃນນັ້ນ, ມີນັກທ່ອງທ່ຽວຕ່າງປະເທດເກືອບ 1.200 ເທື່ອຄົນທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນ,ເພີ່ມຂຶ້ນຫຼາຍກວ່າ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີ2025, ນັກທ່ອງທ່ຽວຕ່າງປະເທດທີ່ມາຮອດຈີນເພື່ອຫຼິ້ນບຸນກຸດຈີນໂດຍສະເພະາກວມເອົາຫຼາຍກວ່າ 40%.

ຕົວເລກສະແດງໃຫ້ເຫັນວ່າ,ນັບແຕ່ທາງລົດໄຟຈີນ-ລາວເລີ່ມເປີດບໍລິການເປັນຕົ້ນມາ, ໄດ້ມີຜູ້ໂດຍສານຈຳນວນຫຼາຍກວ່າ 700.000ຄົນທີ່ມາຈາກ 124 ປະເທດ ແລະ ເຂດແຄວ້ນໄດ້ໃຊ້ບໍລິການລົດໄຟທ່ອງທ່ຽວຂ້າມຊາດ, ເຮັດໃຫ້ແຫຼ່ງທ່ອງທ່ຽວຕ່າງໆ ເຊັ່ນ:ນະຄອນຄຸນມີງ, ກິ່ງແຂວງສິບສອງພັ່ນນາ,ນະຄອນຫຼວງພະບວງ ແລະ ນະຄອນຫຼວງວຽງຈັນທີ່ຢູ່ເຂດລຽບທາງລົດໄຟດັ່ງກ່າວໄດ້ເຊື່ອມຕໍ່ກັນ, ກາຍເປັນເສັ້ນທາງຄຳສຳລັບການທ່ອງທ່ຽວຂ້າມຊາດ.