ກຸ່ມບໍລິສັດ ທາງລົດໄຟຈີນສາຂາຄຸນໝິງຈຳກັດ ເປີດເຜີຍໃນວັນທີ 4 ກຸມພານີ້ວ່າ: ນັບແຕ່ເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນໃນວັນທີ 3 ທັນວາ 2021 ມາຮອດວັນທີ 3 ກຸມພາ 2026, ໄດ້ເປີດບໍລິການລົດໄຟໂດຍສານແລ້ວ 90.000 ຂະບວນ, ຂົນສົ່ງຜູ້ໂດຍສານຫຼາຍກວ່າ 66 ລ້ານເທື່ອຄົນ, ດຶງດູດຜູ້ໂດຍສານມາຈາກ 120 ກວ່າປະເທດ ແລະ ເຂດແຄວ້ນທົ່ວໂລກໃຫ້ເດີນທາງດ້ວຍລົດໄຟໂດຍສານຂ້າມປະເທດ, ໃນນັ້ນທາງລົດໄຟລາວ-ຈີນ ເບື້ອງປະເທດຈີນໄດ້ຂົນສົ່ງຜູ້ໂດຍສານ 53,95 ລ້ານເທື່ອຄົນ, ແລະ ເບື້ອງປະເທດລາວໄດ້ຂົນສົ່ງຜູ້ໂດຍສານ 12,17 ລ້ານເທື່ອຄົນ.
ປັດຈຸບັນ, ທາງລົດໄຟລາວ-ຈີນໄດ້ກ້າວເຂົ້າສູ່ໄລຍະທີ່ມີນັກທ່ອງທ່ຽວຫຼາຍໃນລະດູໜາວ ແລະ ລະດູໃບໄມ້ປົ່ງ, ພາກສ່ວນທາງລົດໄຟໄດ້ເປີດບໍລິການລົດໄຟໂດຍສານ 70 ກວ່າຂະບວນຕໍ່ມື້ ແລະ ຂົນສົ່ງຜູ້ໂດຍສານຫຼາຍກວ່າ 60.000 ເທື່ອຄົນຕໍ່ມື້.