
ວັນທີ 31 ມັງກອນ 2026 ນີ້, ໃນຫ້ອງຜ່າຕັດຂອງໂຮງໝໍປະຊາຊົນກິ່ງແຂວງສິບສອງພັ່ນນາ ແຂວງຢູນນານຂອງຈີນ, ການຜ່າຕັດພິເສດຄັ້ງໜຶ່ງໄດ້ສຳເລັດລົງຢ່າງຈົບງາມ. ທ່ານນາງ ຂັນຫຼ້າ ທີ່ມາຈາກແຂວງຜົ້ງສາລີ ສປປ ລາວ ໄດ້ຮັບການຜ່າຕັດອອກໝາກໄຂ່ຫຼັງເບື້ອງຂວາທີ່ໃຊ້ງານບໍ່ໄດ້ ດ້ວຍການຊ່ວຍເຫຼືອຈາກຫຸ່ນຍົນຜ່າຕັດທີ່ຜະລິດໂດຍຈີນຢ່າງສຳເລັດຜົນ. ການຜ່າຕັດຄັ້ງນີ້ແມ່ນກໍລະນີທຳອິດທີ່ແຂວງຢູນນານນຳໃຊ້ຫຸ່ນຍົນຜ່າຕັດທີ່ຜະລິດໂດຍຈີນຜ່າຕັດໃຫ້ຊາວຕ່າງປະເທດ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນເຖິງການບຸກທະລຸອັນສຳຄັນດ້ານອຸປະກອນການແພດລະດັບສູງທີ່ຜະລິດໂດຍຈີນ ໄດ້ຮັບໃຊ້ “ເສັ້ນທາງສາຍໄໝແຫ່ງສຸຂະພາບ” ແລະ ຊຸກຍູ້ການຮ່ວມມືດ້ານການແພດຂ້າມຊາດ.

ການຜ່າຕັດດັ່ງກ່າວແມ່ນປະຕິບັດເປັນຫຼັກໂດຍທ່ານນາງ ຕິ່ງມີງເຊຍ ຮອງຜູ້ອຳນວຍການໂຮງໝໍປະຊາຊົນເລກໜຶ່ງແຂວງຢູນນານ. ພາຍໃຕ້ການຊ່ວຍເຫຼືອຂອງຫຸ່ນຍົນຜ່າຕັດທີ່ຜະລິດໂດຍຈີນ, ເພິ່ນໄດ້ສັງເກດຈາກກ້ອງຊ່ອງ 3 ມິຕິທີ່ມີຄວາມລະອຽດສູງ, ຄວບຄຸມແຂນຫຸ່ນຍົນຢ່າງແມ່ນຢຳ, ປະຕິບັດການຜ່າຕັດຢ່າງລະອຽດເຖິງລະດັບມີລີແມັດ. ການຜ່າຕັດດັ່ງກ່າວໃຊ້ເວລາພຽງແຕ່ 1 ຊົ່ວໂມງເທົ່ານັ້ນ, ເລືອດອອກບໍ່ຮອດ 20 ມີລີລິດ, ຄົນເຈັບມີບາດແຜນ້ອຍ ແລະ ຟື້ນຟູສຸຂະພາບໄດ້ໄວ. ກ່ອນໜ້ານີ້, ທ່ານນາງ ຂັນຫຼ້າ ເປັນໜິ້ວໃນໝາກໄຂ່ຫຼັງທັງສອງເບື້ອງ ພ້ອມດ້ວຍໝາກໄຂ່ຫຼັງເບື້ອງຂວາບໍ່ໃຊ້ງານ, ເຄີຍເດີນທາງມາປິ່ນປົວຢູ່ຈີນຫຼາຍເທື່ອ. ຕື່ນຈາກການຜ່າຕັດຄັ້ງນີ້ແລ້ວ, ທ່ານນາງ ຂັນຫຼ້າ ເວົ້າວ່າ: ເຕັກນິກ ແລະເຄື່ອງມືຂອງຈີນມີຄວາມທັນສະໄໝ ແລະດີສົມບູນ, ຂ້າພະເຈົ້າຄິດວ່າ, ຕໍ່ໄປ, ສຸຂະພາບຂອງຂ້າພະເຈົ້າຈະດີຂຶ້ນ, ການເຄື່ອນໄຫວ ແລະການດຳລົງຊີວິດຂອງຂ້າພະເຈົ້າຈະກັບຄືນມາຄືເກົ່າ ແລະເປັນປົກກະຕິດີ.

ທ່ານ ຕີ່ງມີງເຊຍ ໄດ້ແນະນຳຈຸດພິເສດຂອງຫຸ່ນຍົນຜ່າຕັດໃຫ້ຮູ້ວ່າ: ຫຸ່ນຍົນຜ່າຕັດມີທ່າແຮງຄື: ມີຄວາມໝັ້ນທ່ຽງໃນການປະຕິບັດງານ, ເບິ່ງໄດ້ແຈ້ງດີ ແລະ ຫຼຸດຜ່ອນການສັ່ນ ເປັນຕົ້ນ, ມັນສາມາດເຂົ້າເຖິງບໍລິເວນທີ່ອຸປະກອນດັ້ງເດີມຍາກທີ່ຈະເຂົ້າເຖິງໄດ້, ຍົກສູງຄວາມປອດໄພ ແລະ ຄວາມແມ່ນຢຳຂອງການຜ່າຕັດແບບສັບສົນຢ່າງພົ້ນເດັ່ນ ພ້ອມທັງຫຼຸດຜ່ອນຄວາມບາດແຜ ແລະ ຄວາມເຈັບປວດຂອງຄົນເຈັບ.

ການຜ່າຕັດຄັ້ງນີ້ໄດ້ສະແດງໃຫ້ເຫັນເຖິງການສ້າງ “ເສັ້ນທາງສາຍໄໝແຫ່ງສຸຂະພາບ” ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” . ທ່ານ ໂລເຫຼີຍ ຜູ້ອຳນວຍການໃຫຍ່ໂຮງໝໍປະຊາຊົນ ກິ່ງແຂວງສິບສອງພັ່ນນາ ກ່າວວ່າ: ໃນຕໍ່ໄປຂ້າງໜ້ານີ້, ຈະສືບຕໍ່ນຳເຂົ້າເຕັກນິກການແພດແບບອັດສະລິຍະ, ລົງເລິກການຮ່ວມມືດ້ານການແພດກັບປະເທດອ້ອມຂ້າງ ຄື: ປະເທດລາວເປັນຕົ້ນ, ເຮັດໃຫ້ເຕັກນິກທັນສະໄໝຮັບໃຊ້ສຸຂະພາບຂອງປະຊາຊົນໃນແຂດແຄວ້ນເປັນຢ່າງດີກວ່າເກົ່າ.

ການຜ່າຕັດດັ່ງກ່າວບໍ່ພຽງແຕ່ເປັນການປິ່ນປົວທີ່ສຳເລັດຜົນກໍລະນີໜຶ່ງເທົ່ານັ້ນ, ຍິ່ງເປັນຮູບຫຍໍ້ທີ່ສ່ອງແສງໃຫ້ເຫັນເຖິງປະເທດຈີນ ໂດຍສະເພາະແມ່ນແຂວງຢູນນານ ໄດ້ລົງເລິກການຮ່ວມມືດ້ານການແພດກັບປະເທດອ້ອມຂ້າງ. ຊຸມປີມໍ່ໆມານີ້, ຈາກກິ່ງແຂວງສິບສອງພັ່ນນາ ແລະ ສປປ ລາວໄດ້ມີການຮ່ວມມືດ້ານການປິ່ນປົວທາງໄກ 5G ຈົນຮອດ ກິ່ງແຂວງເຕີຮົງ ແລະ ປະເທດມຽນມາແລກປ່ຽນຂໍ້ມູນໃນດ້ານພະຍາດໄຂ້ຍຸງລາຍ, ຈາກການເປີດຊ່ອງທາງດ່ວນສີຂຽວໃຫ້ແກ່ເດັກແດງມຽນມາທີ່ເຈັບເປັນໜັກ, ຈົນຮອດການເຊີນຊວນຜູ້ຊ່ຽວຊານຫຼາຍປະເທດຮ່ວມກັນປຶກສາຫາລືການຮ່ວມມືດ້ານສາທາລະນະສຸກ, “ແລວທາງສຸຂະພາບ” ທີ່ເປີດປະຕູ ຮ່ວມກັນຊົມໃຊ້ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນັ້ນ ໄດ້ຮັບການສ້າງສາຢູ່ພາກຕາເວັນຕົກສຽງໃຕ້ຂອງຈີນ.

ຈາກການກອບກູ້ສຸກເສີນຮອດການປິ່ນປົວປະຈຳວັນ, ຈາກການຖ່າຍທອດເຕັກນິກຮອດການຮ່ວມກັນບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດ, ແຂວງຢູນນານຂອງຈີນພວມດຳເນີນໂຄງການຮ່ວມມືຕ່າງໆທີ່ແທ້ຈິງ ເພື່ອຮ່ວມກັບປະເທດອ້ອມຂ້າງສ້າງເຄືອຂ່າຍຮັກສາສຸຂະພາບທີ່ໝັ້ນຄົງກວ່າເກົ່າ. ຫຸ່ນຍົນຜ່າຕັດທີ່ຜະລິດໂດຍຈີນສຳເລັດການຜ່າຕັດຂ້າມຊາດຢ່າງຈົບງາມນັ້ນ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມກ້າວໜ້າຂອງວິທະຍາສາດເຕັກໂນໂລຊີດ້ານການແພດຂອງຈີນເທົ່ານັ້ນ, ຍິ່ງສະແດງໃຫ້ເຫັນເຖິງທັດສະນະທີ່ວ່າ ຄວາມຜາສຸກດ້ານສຸຂະພາບບໍ່ມີພົມແດນ, ສ່ອງແສງໃຫ້ເຫັນເຖິງອະນາຄົດອັນກວ້າງໄກຂອງການຮ່ວມກັນສ້າງປະຊາຄົມຮ່ວມສາທາລະນະສຸກ ແລະ ສຸຂະພາບຂອງມວນມະນຸດ.