
ໃນວັນທີ 5 ກຸມພານີ້, ຕອນພາຍໃນປະເທດຈີນ ແລະ ຕອນຢູ່ ສປປ ລາວຂອງໂຄງການເຊື່ອມຕໍ່ສາຍສົ່່ງໄຟຟ້າ 500 ກິໂລໂວນ (ກວ) ລາວ-ຈີນ ໄດ້ເຊື່ອມຕໍ່ກັນຕະຫຼອດສາຍ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ໂຄງການວິສະວະກຳສຳຄັນທີ່ໄດ້ລວມເຂົ້າໃນແຜນດຳເນີນງານຂອງການສ້າງຄູ່ຮ່ວມຊາຕາກຳລາວ-ຈີນນີ້ໄດ້ຮັບຄວາມຄືບໜ້າທີ່ມີລັກສະນະຕັດສິນຊີ້ຂາດ ໂດຍໄດ້ສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ການເລີ່ມການຜະລິດຢ່າງຮອບດ້ານໃນເດືອນເມສາປີນີ້.

ທິດໃຕ້ຂອງໂຄງການດັ່ງກ່າວເຊື່ອມຕໍ່ສະຖານີໄຟຟ້າ 500 ກວ ນາໝໍ້ 3 ຢູ່ເມືອງນາໝໍ້ແຂວງອຸດົມໄຊ ປະເທດລາວ ແລະ ທິດເໜືອເຊື່ອມຕໍ່ກັບສະຖານີໄຟຟ້າ 500 ກວ ສິບສອງພັ່ນນາ ຢູ່ນະຄອນຊຽງຮຸ່ງ ກິ່ງແຂວງສິບສອງພັ່ນນາ ແຂວງຢຸນນານ ປະເທດຈີນ, ມີຄວາມຍາວທັງໝົດ 177,5 ກິໂລແມັດ. ໃນນັ້ນ, ຕອນຢູ່ ສປປ ລາວ ມີຄວາມຍາວ 32,5 ກິໂລແມັດ, ໄດ້ຮັບການລົງທຶນ ແລະ ກໍ່ສ້າງໂດຍບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ແລະ ໄດ້ເລີ່ມຕົ້ນຢ່າງເປັນທາງການທີ່ນະຄອນຫຼວງວຽງຈັນຂອງລາວ ໃນວັນທີ 26 ກຸມພາ 2025. ການຮ່ວມມືຢ່າງໃກ້ຊິດລະຫວ່າງລາວ ແລະ ຈີນ ໄດ້ຊຸກຍູ້ສົ່ງເສີມການເຊື່ອມຕໍ່ຕະຫຼອດທາງໃຫ້ສຳເລັດກ່ອນກໍານົດ ເຊິ່ງສະແດງໃຫ້ເຫັນເຖິງການປະສານງານທີ່ມີປະສິດທິພາບສູງ ແລະ ການຮ່ວມມືທີ່ຕິດແທດຕົວຈິງໃນລະດັບສູງລະຫວ່າງສອງປະເທດໃນໂຄງການຂ້າມຊາຍແດນທີ່ສຳຄັນ.

ຫຼັງຈາກເປີດບໍລິການແລ້ວ, ໂຄງການດັ່ງກ່າວຈະມີຄວາມສາມາດໃນການສົ່ງໄຟຟ້າສອງທິດທາງ 1,5 ລ້ານກິໂລວັດ ໂດຍຈະສົ່ງພະລັງງານສະອາດປະມານ 3 ຕື້ກິໂລວັດໂມງຕໍ່ປີ ເຊິ່ງຈະຊ່ວຍຫຼຸດຜ່ອນການປ່ອຍກາກບອນດິອອກຊິກປະມານ 2,5 ລ້ານໂຕນ ແລະ ຈະກາຍເປັນຊ່ອງທາງສີຂຽວສຳລັບການເຊື່ອມໂຍງເຊື່ອມຕໍ່ພະລັງງານໄຟຟ້າ ແລະ ການບໍລິໂພກພະລັງງານສະອາດໃນພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ໃນໄລຍະກໍ່ສ້າງ, ທີມງານໂຄງການໄດ້ຍຶດໝັ້ນແນວຄິດ ESG ຢ່າງສະເໝີຕົ້ນສະເໝີປາຍ, ໄດ້ປັບປຸງເສັ້ນທາງໃຫ້ດີ ແລະ ນຳໃຊ້ເຕັກນິກການຕັດໄມ້ປະສານກັບການຂ້າມຜ່ານປ່າໄມ້ ເພື່ອຫຼຸດຜ່ອນການຕັດໄມ້ທຳລາຍປ່າຕາມເສັ້ນທາງຫຼາຍກວ່າ 83% ໂດຍໄດ້ປົກປ້ອງສະພາບແວດລ້ອມປ່າໄມ້ໃນທ້ອງຖິ່ນຢ່າງມີປະສິດທິຜົນ. ພ້ອມກັນນັ້ນ, ພື້ນທີ່ເກັບກູ້ລະເບີດໄດ້ຖືກຂະຫຍາຍອອກໄປເປັນ 70 ແມັດທັງສອງຟາກຂອງແລວສາຍໄຟ ໂດຍໄດ້ຍົກສູງລະດັບຄວາມປອດໄພຂອງພື້ນທີ່ອ້ອມຂ້າງ.

ໂຄງການດັ່ງກ່າວຍັງເປັນປະໂຫຍດຕໍ່ຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນນຳອີກ,ໂຮງຮຽນປະຖົມບ້ານນາໝໍ້ໃຕ້ ໄດ້ກໍ່ສ້າງສຳເລັດ ແລະ ມອບໃຫ້ນຳໃຊ້ ພ້ອມທັງໄດ້ບໍລິຈາກ "ຫ້ອງໜັງສື CSG" ຈຳນວນ 5 ແຫ່ງ ເພື່ອປັບປຸງເງື່ອນໄຂການຮຽນໃນໂຮງຮຽນທ້ອງຖິ່ນຂອງລາວ. ໂຄງການດັ່ງກ່າວຍັງໄດ້ສ້າງວຽກເຮັດງານທຳຫຼາຍຮ້ອຍຕຳແໜ່ງ, ຝຶກອົບຮົມບຸກຄະລາກອນດ້ານເຕັກໂນໂລຊີພະລັງງານໄຟຟ້າໃນທ້ອງຖິ່ນຂອງລາວຢ່າງຕັ້ງໜ້າ ແລະ ຊ່ວຍຍົກສູງຄວາມສາມາດດ້ານການພັດທະນາຂອງທ້ອງຖິ່ນ.

ໃນຖານະທີ່ເປັນສູນກາງຕາຂ່າຍໄຟຟ້າຢູ່ພາກເໜືອລາວໃນອະນາຄົດ, ໂຄງການດັ່ງກ່າວ ມີຈຸດໃຈກາງຢູ່ທີ່ສະຖານີໄຟຟ້າ 500 ກວ ນາໝໍ້ 3 ຈະລວມເອົາແຫຼ່ງພະລັງງານສະອາດອ້ອມຂ້າງ ເຊັ່ນ: ພະລັງງານແສງຕາເວັນ ແລະ ພະລັງງານນ້ຳ ເປັນຕົ້ນ ເຊິ່ງຈະຊ່ວຍຍົກສູງຄວາມສາມາດໃນການສະໜອງໄຟຟ້າໃຫ້ແກ່ກັນ ລະຫວ່າງລາວ ແລະ ຈີນ ຢ່າງມີປະສິດທິຜົນ ແລະ ປັບປຸງສະມັດຖະພາບດ້ານການຜະລິດ-ສົ່ງໄຟຟ້າສູ່ພາຍນອກ, ຊ່ວຍປັບປຸງໂຄງສ້າງພະລັງງານ ແລະ ການພັດທະນາອຸດສາຫະກຳຂອງ ສປປ ລາວ.
