ບ່ອນຂາຍປີ້ລົດໄຟລາວ-ຈີນແຫ່ງໃໝ່ຕັ້ງຢູ່ອາຄານສູນການຄ້າວຽງຈັນເຊັນເຕີນະຄອນຫຼວງວຽງຈັນ

CRI,    February 17, 2022
Size:

ເພື່ອເຮັດໃຫ້ຊ່ອງທາງຂາຍປີ້້ດີຂຶ້ນຕື່ມອີກ ແລະ ເຮັດໃຫ້ວຽກງານຂົນສົ່ງຜູ້ໂດຍສານທາງລົດໄຟລາວ-ຈີນສະດວກສະບາຍ, ບໍລິສັດທາງລົດໄຟລາວ-ຈີນຈຳກັດໄດ້ກຳນົດບ່ອນຂາຍປີ້ລົດໄຟລາວ-ຈີນແຫ່ງໃໝ່ຢູ່ນະຄອນຫຼວງວຽງຈັນ  ສ້າງຄວາມສະດວກໃຫ້ແກ່ຜູ້ໂດຍສານ.

ຂ່າວແຈ້ງວ່າ, ບ່ອນຂາຍປີ້ລົດໄຟແຫ່ງໃໝ່ຕັ້ງຢູ່ຂັ້ນໜຶ່ງຂອງອາຄານສູນການຄ້າເຊັນເຕີວຽງຈັນ,ຂາຍປີ້ລົດໄຟ 3 ວັນລ່ວງໜ້າ ມີແຜນຈະຂາຍປີ້ລົດໄຟຈາກວຽງຈັນຫາບໍ່ເຕັນ, ເມືອງໄຊ ແລະ ຫຼວງພະບາງ. ເວລາຂາຍປີ້ໃນເບື້ອງຕົ້ນຈະເລີ່ມແຕ່ 10 ໂມງເຊົ້າ ຫາ 15 ໂມງ 30 ນາທີ.

ສ່ວນວິທີຊື້ປີ້ສາມາດຈ່າຍຜ່ານການຮູດບັດທະນາຄານ ຫຼື ສະແກນ QR code, ໃນເບື້ອງຕົ້ນຂອງການຊື້ປີ້ຍັງບໍ່ຮັບເງິນສົດ.