
ຫວ່າງກ່ອນນີ້ບໍ່ດົນ, ຂະບວນລົດໄຟຂົນສົ່ງສິນຄ້າສາກົນທີ່ບັນທຸກຜັກ ແລະ ໝາກໄມ້ສົດເຕັມໆໄດ້ເດີນທາງອອກຈາກສະຖານີສູນກາງຄຸນໝິງຂອງບໍລິສັດຕູ້ຄອນເທັນເນີສາກົນປະສົມທາງລົດໄຟຈີນ (CHINA UNITED INTERNATIONAL RAIL CONTAINERS CO., LTD.) ທີ່ນະຄອນຄຸນໝິງແຂວງຢຸນນານຈີນ ແລ່ນໄປສູ່ນະຄອນຫຼວງວຽງຈັນປະເທດລາວ. ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ ນັບແຕ່ເປີດບໍລິການເມື່ອວັນທີ 3 ທັນວາ 2021 ເປັນຕົ້ນມາ, ປະລິມານຂົນສົ່ງສິນຄ້າຕາມທາງລົດໄຟຈີນ-ລາວໄດ້ລື່ນກາຍ 50 ລ້ານໂຕນ, ການຂົນສົ່ງສິນຄ້າຕາມທາງລົດໄຟຈີນ-ລາວໄດ້ຂຶ້ນສູ່ລະດັບສູງກວ່າເກົ່າ.
ໃນ 3 ປີກວ່າມານີ້, “ຈາກການເປີດນຳໃຊ້ ຮອດຄວາມໂລ່ງລ່ຽນ, ຈາກຄວາມໂລ່ງລ່ຽນຮອດ ຄວາມວ່ອງໄວ, ຈາກຄວາມວ່ອງໄວຮອດຄວາມຈະເລີນຮຸ່ງເຮືອງ”, “ເສັ້ນທາງຄຳດ້ານການຂົນສົ່ງ” ມີປະສິດທິພາບນັບມື້ນັບພົ້ນເດັ່ນຂຶ້ນ. ຄັນຊັ້ນ, ຢູ່ເບື້ອງຫຼັງນີ້ແມ່ນມີສາເຫດຫຍັງ?

ກ່ອນອື່ນໝົດ, ທາງລົດໄຟຈີນ-ລາວສອດຄ່ອງກັບຄວາມປາດຖະໜາຮ່ວມຂອງລັດຖະບານສອງປະເທດ ແລະ ປະຊາຊົນສອງຊາດຈີນ-ລາວ, ສອງຝ່າຍຕ່າງກໍໄດ້ໃຫ້ຄວາມສຳຄັນໃນລະດັບສູງ. ໃນເວລາທີ່ເປີດນຳໃຊ້ທາງລົດໄຟຈີນ-ລາວ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຊີ້ອອກວ່າ: ທາງລົດໄຟຈີນ-ລາວເປັນໂຄງການແບບຢ່າງແຫ່ງການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງສອງປະເທດ. ສອງຝ່າຍຄວນຮັກສາທາງລົດໄຟສາຍນີ້ໃຫ້ດີ ແລະ ບໍລິຫານໃຫ້ດີ, ພັດທະນາ ແລະ ກໍ່ສ້າງບໍລິເວນອ້ອມຂ້າງໃຫ້ດີ, ສ້າງໃຫ້ເປັນເສັ້ນທາງຄຳດ້ານການຂົນສົ່ງ, ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຊາດ. ເດືອນຕຸລາປີ 2024, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວ ໂດຍຊີ້ອອກວ່າ: ສອງຝ່າຍຄວນສືບຕໍ່ພັດທະນາທາງລົດໄ