ຢູ່ເມືອງວຽງພູຄາ ແຂວງຫຼວງນ້ຳທາ ທາງພາກເໜືອຂອງປະເທດລາວ, ໃນຕອນຕາເວັນຄ້ອຍຄ່ຳລົງແລງ, ຢູ່ສະຖານທີ່ວ່າງແຫ່ງໜຶ່ງທີ່ເທດສະບານເມືອງໄດ້ຕິດຕັ້ງຈໍສາຍຮູບເງົາ, ຢູ່ເທິງເດີ່ນຫຍ້າຜູ້ຄົນໄດ້ພາກັນປູສາດ, ເດັກນ້ອຍກຸ່ມໜຶ່ງພວມຢອກຫຼິ້ນກັນຄອຍຖ້າການເປີດສາຍຮູບເງົາ.
ເມື່ອຟ້າມືດຄ່ຳລົງມາ ພະນັກງານໄດ້ເລີ່ມສາຍຮູບເງົາ. ກ່ອນອື່ນໄດ້ສາຍຮູບເງົາກາຕູນ “ສິງໜຸ່ມໄວໄຟ” ທີ່ພາກເປັນພາສາລາວ. ຮູບເງົາເລື່ອງນີ້ໄດ້ເວົ້າເຖິງຊາຍໜຸ່ມທຳມະດາຄົນໜຶ່ງຈາກພາກໃຕ້ຈີນໄດ້ສະແຫວງຫາຄວາມໃຝ່ຝັນແຫ່ງການເຊີດສິງໂຕ ແລະ ບຸກບືນສູ້ຊົນຢ່າງບໍ່ລົດລະ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງວັດທະນະທຳທີ່ເປັນມູນເຊື້ອອັນດີເດັ່ນ ແລະ ເອກະລັກວັດທະນະທຳຂອງພາກໃຕ້ຈີນ.
ກິດຈະກຳ “ເທດສະການຮູບເງົາດີເດັ່ນລາວ-ຈີນ” ໄດ້ນຳເອົາຄວາມເບີກບານມ່ວນຊື່ນມາໃຫ້ກັບປະຊາຊົນລາວ. ນັບແຕ່ການຈັດກິດ