ຈັດ​ງານ​ໂຄ​ສະ​ນາວັດ​ທະ​ນະ​ທຳ​ ແລະ ການ​ທ່ອງ​ທ່ຽວເຂດກວາງ​ຊີ​ຢູ່​ລາວ

CRI,    May 19, 2025
Size:

ງານໂຄສະນາວັດທະນະທຳ ແລະ ການທ່ອງທ່ຽວເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນທີ່ມີຫົວຂໍ້ວ່າ“ຊາສູ່ຄວາມປອງດອງ”ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນຂອງລາວໃນລະຫວ່າງວັນທີ 16 ຫາ 17 ພຶດສະພານີ້, ແຂກຜູ້ມີກຽດຈາກວົງການຕ່າງໆທັງຈີນ ແລະ ລາວທັງໝົດ 400 ກວ່າທ່ານໄດ້ເຂົ້າຮ່ວມກິດຈະກຳຄັ້ງນີ້.

ກິດຈະກຳຄັ້ງນີ້ແມ່ນສູນວັດທະນະທຳຈີນປະຈຳລາວ ແລະ ພະແນກວັດທະນະທຳ ແລະ ການທ່ອງທ່ຽວເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນຮ່ວມກັນເປັນເຈົ້າພາບ. ພາຍໃນງານໄດ້ຈັດໃຫ້ມີການສະແດງວິທີຊົງຊາ, ການສະແດງງິ້ວທ້ອງຖິ່ນກວາງຊີ  ແລະ ລາຍການອື່ນໆ ເພື່ອສະແດງໃຫ້ເຫັນມົນສະເໜ່ພິເສດຂອງວັດທະນະທຳຊາ ກັບ ທຳມະຊາດ ແລະ ວັດທະນະທຳເຂດກວາງຊີຈີນ.

ແຫຼ່ງຂ່າວຈາກ: CGTN