ນາຍົກລັດຖະມົນຕີຈີນ ແລະ ໄທເຂົ້າຮ່ວມກອງປະຊຸມພົບປະກັບນັກທຸລະກິດຈີນ-ໄທ

CRI,    November 20, 2026
Size:

ວັນທີ 14 ພະຈິກນີ້ຢູ່ນະຄອນຫຼວງບາງກອກຂອງໄທ, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ ແລະ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີໄທ ໄດ້ເຂົ້າຮ່ວມກອງປະຊຸມພົບປະກັບນັກທຸລະກິດຈີນ-ໄທ.

ພາຍຫຼັງໄດ້ຮັບຟັງຄໍາເຫັນຂອງຜູ້ຕາງໜ້າຈາກວົງການວິສາຫະກິດຂອງສອງປະເທດ, ທ່ານ ຫຼີສຽງ ກ່າວວ່າ: ປັດຈຸບັນ, ຈີນ ແລະ ໄທ ພວມຮ່ວມກັນສ້າງ 5 ທົດສະວັດຄໍາໃໝ່ແຫ່ງການພົວພັນລະຫວ່າງສອງປະເທດ ເຊິ່ງການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງສອງຝ່າຍປະເຊີນໜ້າກັບໂອກາດໃໝ່ນັບມື້ນັບຫຼາຍກວ່າເກົ່າ. ວິສາຫະກິດຈີນ ແລະ ໄທ ຄວນປະຕິບັດໄປຕາມທ່າອຽງລວມ, ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດຫັນຈາກ “ໂຕະອາຫານ ແລະ ປາຍລີ້ນ” ໄປສູ່ “ເຕັກໂນໂລຊີດີຈີຕອນອັດສະລິຍະ ແລະ ສີຂຽວ”, ຫັນຈາກ “ການປະສານງານດ້ານການຜະລິດ” ໄປສູ່ “ການພັດທະນາແບບຄູ່ກັນລະຫວ່າງອຸດສາຫະກໍາ” ແລະ ຫັນຈາກ “ຂອບສອງຝ່າຍ” ໄປສູ່ “ການເຜີຍແຜ່ໄປສູ່ທ້ອງຖິ່ນ”. ລັດຖະບານຈີນ ແລະ ໄທ ຈະສຸມຄວາມພະຍາຍາມຢ່າງຕັ້ງໜ້າເພື່ອສະໜອງສະພາບແວດລ້ອມການດໍາເນີນທຸລະກິດທີ່ດີໃຫ້ແກ່ວິສາຫະກິດຂອງສອງປະເທດ ເພື່ອຊຸກຍູ້ໃຫ້ວິສາຫະກິດໄປລົງທຶນເຊິ່ງກັນແລະກັນຢ່າງເລິກເຊິ່ງເພື່ອການພັດທະນາໃນໄລຍະຍາວ.

ທ່ານ ອະນຸທິນ ກ່າວວ່າ: ຈີນເປັນຄູ່ການຄ້າສໍາຄັນທີ່ສຸດຂອງໄທ, ໄທ ຫວັງຈະຫັນການພົວພັນກັບຈີນຈາກຄູ່ການຄ້າທົ່ວໄປໃຫ້ກາຍເປັນຄູ່ການຄ້າໃນໄລຍະຍາວທີ່ມີການພັດທະນາຮ່ວມກັນ ແລະ ບັນລຸຜົນສຳເລັດຮ່ວມກັນ, ພ້ອມທັງຈະຂະຫຍາຍການຮ່ວມມືກັບຈີນໃນຂົງເຂດຕ່າງໆຕື່ມອີກ ເຊັ່ນ: ລົດໄຟຟ້າ, ກະສິກໍາ, ການລົງທຶນ, ການເຊື່ອມໂຍງເຊື່ອມຈອດ ແລະ ອື່ນໆ. ໄທຈະນໍາໃຊ້ນະໂຍບາຍ ແລະ ມາດຕະການຫຼາຍກວ່າເກົ່າເພື່ອສະໜອງເງື່ອນໄຂທີ່ດີໃນການດໍາເນີນທຸລະກິດໃນໄລຍະຍາວໃຫ້ແກ່ວິສາຫະກິດຈີນ.

ຜູ້ຕາງໜ້າວິສາະຫະກິດສອງປະເທດໃຫ້ຮູ້ວ່າ: ເຂົາເຈົ້າມີຄວາມໝັ້ນໃຈຢ່າງເຕັມປ່ຽມຕໍ່ມິດຕະພາບຈີນ-ໄທ ແລະ ຍິນດີທີ່ຈະປະກອບສ່ວນເຂົ້າໃນການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງສອງປະເທດດ້ວຍຜົນສໍາເລັດຕົວຈິງຫຼາຍກວ່າເກົ່າ.