ໄທ​ນຳ​ສະ​ເໜີ​ເສັ້ນ​ທາງ​ທ່ອງ​ທ່ຽວ​ໃໝ່ 9 ເສັ້ນເນື່ອງ​​ໃນໂອ​ກາ​ດ​ງານ​ວາງ​ສະ​ແດງ​ສວນ​ພືດ​ໂລກ​ທີ່​ອຸ​ດອນ​ທາ​ນີ

CRI,    November 17, 2026
Size:

ວັນທີ 12 ພະຈິກນີ້, ອົງການທ່ອງທ່ຽວແຫ່ງປະເທດໄທປະກາດວ່າ: ເນື່ອງໃນໂອກາດງານວາງສະແດງສວນພືດໂລກທີ່ອຸດອນທານີ, ໄທຈະເປີດຕົວ 3 ແຜນການຊຸກຍູ້ການທ່ອງທ່ຽວ ແລະ ນຳສະເໜີເສັ້ນທາງທ່ອງທ່ຽວລະຫວ່າງແຂວງ 9 ເສັ້ນ ເພື່ອຊຸກຍູ້ຕະຫຼາດການທ່ອງທ່ຽວພາຍໃນປະເທດໃນທ້າຍປີ 2026.

ວັນທີ 12 ພະຈິກນີ້, ທ່ານນາງ ຖາປະນີ ກຽດໄພບູນ ຫົວໜ້າອົງການທ່ອງທ່ຽວແຫ່ງປະເທດໄທ ກ່າວວ່າ: ງານວາງສະແດງສວນພືດໂລກທີ່ອຸດອນທານີແມ່ນກິດຈະກຳສຳຄັນ ເພື່ອດຶງດູດນັກທ່ອງທ່ຽວ ແລະ ຊຸກຍູ້ການພັດທະນາ ເສດຖະກິດດ້ານການທ່ອງທ່ຽວຢູ່ພາກຕາເວັນອອກສຽງເໜືອຂອງໄທ. ງານວາງສະແດງດັ່ງກ່າວຈັດຂຶ້ນລະຫວ່າງວັນທີ 1 ພະຈິກນີ້ ຫາ ວັນທີ 14 ມີນາ 2027. ອົງການດັ່ງກ່າວຄາດຄະເນວ່າ: ງານວາງສະແດງຄັ້ງນີ້ຈະດຶງດູດນັກທ່ອງທ່ຽວປະມານ 3,600,000 ຄົນ ແລະ ສ້າງລາຍຮັບທາງເສດຖະກິດເກີນ 32 ຕື້ບາດ.