ຢູນນານເພີ່ມເສັ້ນທາງຂົນສົ່ງຂ້າມຊາຍແດນໂດຍກົງໃໝ່ 2 ​ເສັ້ນ​ລະ​ຫວ່າງຈີນ-ຫວຽດນາມ

CRI,    November 13, 2026
Size:

ວັນທີ 11 ພະຈິກນີ້, ແຂວງຢູນນານຈີນໄດ້ເປີດນຳໃຊ້ເສັ້ນທາງຂົນສົ່ງຂ້າມຊາຍແດນໂດຍກົງໃໝ່ 2 ເສັ້ນ ຄື: ຄຸນມິງ-ຕວ່ຽນກວ່າງ (ຫວຽດນາມ) ແລະ ເວີນຊ່ານ- ຮາຢ່າງ (ຫວຽດນາມ) ຢ່າງເປັນທາງການ ເພື່ອອຳນວຍຄວາມສະດວກໃນການຂົນສົ່ງສາກົນ.

ເສັ້ນທາງສາຍໃໝ່ນີ້ ໄດ້ນຳໃຊ້ຮູບແບບ "ໃສ່ລົດຄັນດຽວໄປຮອດປາຍທາງ, ຂາໄປ-ຂາກັບບັນທຸກເຕັມຄັນ", ບັນລຸໄດ້ການບໍ່ຕ້ອງປ່ຽນລົດຕະຫຼອດເສັ້ນທາງ, ການຂົນສົ່ງສິນຄ້າໄປ-ກັບເຕັມລົດທັງສອງທິດທາງ, ແລະສາມາດແກ້ໄຂຈຸດຄົງຄ້າງໃນອະດີດ ເຊັ່ນ: ການຄ່ຽນຖ່າຍ ແລະ ການຂົນສົ່ງທາງດຽວແບບບໍ່ມີສິນຄ້າ. ອີງຕາມການຄາດຄະເນຂອງວິສາຫະກິດການຄ້າຊາຍແດນ, ຕົ້ນທຶນການຂົນສົ່ງທາງດຽວຕໍ່ລົດແຕ່ລະຄັນຫຼຸດລົງ 1,500 ຢວນ, ເວລາການຂົນສົ່ງທາງດຽວ ຈາກເວີນຊ່ານໄປຫວຽດນາມ ຫຼຸດລົງຫຼາຍກວ່າ 3 ຊົ່ວໂມງ, ການບັນທຸກສິນຄ້າເຕັມຄັນທັງສອງທິດທາງ ຊ່ວຍເພີ່ມລາຍໄດ້ຂອງຄົນຂັບລົດຂົນສົ່ງສິນ ຄ້າຢ່າງມີປະສິດທິພາບ.

ການເປີດນຳໃຊ້ເສັ້ນທາງໃນຄັ້ງນີ້ ແມ່ນມາດຕະການຕົວຈິງເພື່ອຈັດຕັ້ງປະຕິບັດຜົນຂອງການເຈລະຈາກ່ຽວກັບການຂົນສົ່ງຕາມເສັ້ນທາງສາກົນ ຈີນ-ຫວຽດນາມ, ແກ້ໄຂຈຸດຕິດຂັດໃນການຂົນສົ່ງຂ້າມຊາຍແດນ ລະຫວ່າງຢູນນານ-ຫວຽດນາມ, ແລະ ໃຫ້ການສະໜັບສະໜູນແກ່ການພັດທະນາເສດຖະກິດແລະການຄ້າຊາຍແດນ ຈີນ-ຫວຽດນາມ ໃຫ້ມີຄຸນນະພາບສູງ.