ວັນທີ 10 ພະຈິກນີ້, ຄະນະລັດຖະບານໄທໄດ້ອະນຸມັດນະໂຍບາຍຄຸ້ມຄອງສູນຂໍ້ມູນ, ໂດຍຕົກລົງຈັດການຄຸ້ມຄອງແບບແບ່ງເປັນ 7 ລະດັບຕາມຂະໜາດການໃຊ້ໄຟຟ້າ, ໂຄງການທີ່ມີຂະໜາດການໃຊ້ໄຟຟ້າຫຼາຍກວ່າ 20 ເມກາວັດຈະຕ້ອງຜ່ານການຄັດເລືອກສະຖານທີ່ຕັ້ງທີ່ເຂັ້ມງວດຂຶ້ນ.
ທ່ານ ເອກນິຕິນິຄິທັນປະກາດ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການເງິນໄທກ່າວວ່າ: ລັດຖະບານຈະຈັດຕັ້ງສູນບໍລິການແບບປະຕູດຽວເພື່ອປະສານງານການກວດສອບ ແລະ ອະນຸມັດໂຄງການສູນຂໍ້ມູນ.
ທ່ານ ດານຸຊາ ພິຊຍະນັນ ເລຂາທິການສະພາພັດທະນາເສດຖະກິດ ແລະ ສົງຄັມແຫ່ງຊາດໄທກ່າວວ່າ: ສູນຂໍ້ມູນຈະຖືກແບ່ງເປັນ 7 ລະດັບຕາມຂະໜາດການໃຊ້ໄຟຟ້າ, ໃນນັ້ນ, ໂຄງການທີ່ມີຂະໜາດການໃຊ້ໄຟຟ້າຕ່ຳກວ່າ 20 ເມກາວັດສາມາດຕັ້ງຢູ່ໃນເຂດການຄ້າໄດ້, ສ່ວນໂຄງການທີ່ມີຂະໜາດການໃຊ້ໄຟຟ້າຫຼາຍກວ່າ 20 ເມກາວັດຕ້ອງຕັ້ງຢູ່ໃນເຂດອຸດສາຫະກຳ.