ນັກວິຊາການກຳປູເຈຍ:ຂໍ້ລິເລີ່ມທົ່ວໂລກ 4 ຂໍ້ຂອງຈີນສ້າງຮູບແບບໃໝ່ການຢູ່ຮ່ວມກັນຂອງໂລກ

CRI,    October 20, 2026
Size:

ເມື່ອບໍ່ດົນມານີ້,ເວັບໄຊໜັງສືພິມ “ຂະເໝນແທມສ໌” ໄດ້ໂພສບົດຄວາມຂອງທ່ານ ນີກ ຈັນດາຣິດ ຫົວໜ້າສະຖາບັນຄົ້ນຄວ້າບັນຫາສາກົນ ແລະ ນະໂຍບາຍສາທາລະນະຂອງມະຫາວິທະຍາໄລຫຼວງພະນົມເປັນພາຍໃຕ້ຫົວຂໍ້ “ຮູບແບບການຢູ່ຮ່ວມກັນຂອງໂລກ:ວິເຄາະຂອບການຕ່າງປະເທດຕໍ່ກຳປູເຈຍ ແລະ ເຂດໂລກໃຕ້ຂອງທ່ານປະທານສີຈິ້ນຜິງ” ໂດຍຊີ້ອອກວ່າ:ລະບຽບສາກົນໃນຍຸກປັດຈຸບັນກຳລັງເກີດການປັບປຸງໂຄງປະກອບຂັ້ນເລິກເຊິ່ງທີ່ບໍ່ເຄີຍມີມາກ່ອນ. ໂດຍແນໃສ່ການປ່ຽນແປງເຫຼົ່ານີ້,ຈີນກຳລັງຈັດຕັ້ງປະຕິບັດແນວຄວາມຄິດການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດທີ່ສະເໜີໂດຍທ່ານສີຈິ້ນຜິງ ປະທານປະເທດຈີນ ໂດຍຜ່ານຂໍ້ລິເລີ່ມທົ່ວໂລກ 4 ຂໍ້ທີ່ໄດ້ສະເໜີຕາມລຳດັບໃນຊຸມປີມໍ່ໆມານີ້. 

 

    ເນື້ອໃນບົດຄວາມລະບຸວ່າ:ຂໍ້ລິເລີ່ມການພັດທະນາທົ່ວໂລກຈະຊ່ວຍສ້າງພື້ນຖານເສດຖະກິດໃຫ້ໝັ້ນຄົງ,ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກສຸມໃສ່ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ,ຂໍ້ລິເລີ່ມອະລິຍະທຳທົ່ວໂລກຈະຊ່ວຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນ ແລະ ຂໍ້ລິເລີ່ມການບໍລິຫານທົ່ວໂລກຈະຊ່ວຍຊຸກຍູ້ການປະຕິຮູບກົນໄກສາກົນ.ເວົ້າສຳລັບກຳປູເຈຍແລ້ວ,ຄຸນຄ່າແທ້ຈິງຂອງຂໍ້ລິເລີ່ມເຫຼົ່ານີ້ແມ່ນສອດຄ່່ອງກັບວຽກງານບຸລິມະສິດໃນດ້ານຄວາມໝັ້ນຄົງ ແລະ ການພັດທະນາຂອງກຳປູເຈຍໃນປັດຈຸບັນ.ສຳລັບສະພາບຕົວຈິງຂອງອາຊີຕາເວັນອອກສຽງໃຕ້,ຂໍ້ລິເລີ່ມການພັດທະນາທົ່ວໂລກ ແລະ ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ເຮັດໃຫ້ເກີດມີຄວາມຄິດຄວາມເຫັນຮ່ວມກັນຢ່າງກວ້າງຂວາງ.