ກອງປະຊຸມປະຈຳປີຂອງ IMF ແລະ ທະນາຄານໂລກຈັດຂຶ້ນຢູ່ນະຄອນຫຼວງບາງກອກ

CRI,    October 15, 2026
Size:

ວັນທີ 12 ຕຸລານີ້, ກອງປະຊຸມປະຈຳປີ 2026 ຂອງກອງທຶນກອງເງິນສາກົນ ຫຼື IMF ແລະ ທະນາຄານໂລກ ໄດ້ຈັດຂຶ້ນຢູ່ນະຄອນຫຼວງບາງກອກຂອງໄທ.

 

    ຜູ້ຕາງໜ້າ IMF ແລະ ທະນາຄານໂລກໄດ້ແລກປ່ຽນຄວາມຄິດຄວາມເຫັນໂດຍປິ່ນອ້ອມການປະສານງານນະໂຍບາຍເສດຖະກິດໂລກ ແລະ ການຮ່ວມມືດ້ານການພັດທະນາສາກົນ ແລະ ບັນຫາອື່ນໆ ນອກນີ້ ຍັງຈະປະກາດ “ບົດລາຍງານທ່າອຽງເສດຖະກິດໂລກ” ແລະ “ບົດລາຍງານສະຖຽນລະພາບທາງການເງິນໂລກ”,ຜູ້ຕາງໜ້າ 15,000 ກວ່າທ່ານທີ່ມາຈາກ 191 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມກອງປະຊຸມຄັ້ງນີ້.

    ກອງປະຊຸມປະຈຳປີຄັ້ງນີ້ໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບບັນຫາຕ່າງໆ ເຊັ່ນ:ເສດຖະກິດ ໂລກກັບ ຕະຫຼາດການເງິນ,ການລະດົມທຶນເພື່ອການພັດທະນາ ໂອກາດ ແລະ ສິ່ງທ້າທາຍທີ່ເກີດຈາກເຕັກໂນໂລຊີຈະເລີນໃໝ່ເປັນຕົ້ນ.ນອກນີ້ ປັນຍາປະດິດ ກັບ,ການປະກອບອາຊີບ ແລະ ການລະດົມທຶນພາກເອກະຊົນເພື່ອຊຸກຍູ້ການລົງທຶນ ແລະ ການພັດທະນາກໍ່ຈະເປັນຫົວຂໍ້ສຳຄັນຂອງກອງປະຊຸມປະຈຳປີຄັ້ງນີ້.