ກອງກຳປັ່ນປ້ອງກັນການເດີນເຮືອຂອງກອງທັບເຮືອຈີນຊຸດທີ 48 ເດີນທາງຢ້ຽມຢາມສັນຖະວະໄມຕີມຽນມາ

CRI,    September 29, 2026
Size:

ວັນທີ 24 ກັນຍານີ້, ກອງກຳປັ່ນປ້ອງກັນການເດີນເຮືອຂອງກອງທັບເຮືອຈີນຊຸດທີ 48 ໄດ້ເດີນທາງເຖິງທ່າກຳປັ່ນຢາງກຸ້ງຂອງມຽນມາ, ເພື່ອເລີ່ມຢ້ຽມຢາມສັນຖະວະໄມຕີມຽນມາເປັນເວລາ 5 ວັນ.

ໃນໄລຍະຢ້ຽມຢາມ, ຜູ້ບັນຊາການກອງກຳປັ່ນພົບປະກັບຜູ້ນຳທາງການທະຫານແລະທາງການເມືອງຂອງມຽນມາ, ສອງຝ່າຍຈະດຳເນີນການແລກປ່ຽນວິຊາການ, ການຢ້ຽມຊົມກຳປັ່ນ, ການແລກປ່ຽນດ້ານກິລາແລະວັດທະນະທຳ, ງານລ້ຽງເທິງດາດຟ້າແລະອື່ນໆ.