ທະນາຄານກາງໄທມີແຜນຈະອອກ 3 ມາດຕະການເພື່ອແກ້ໄຂຂໍ້ຫຍຸ້ງຍາກໃນການລະດົມທຶນໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ

CRI,    September 16, 2026
Size:


ທ່ານ ວິໄທ ຣັດຕະນາກອນ ຜູ້ວ່າການທະນາຄານກາງໄທໄດ້ກ່າວໃນເວທີປຶກສາຫາລືວ່າດ້ວຍການພັດທະນາໃນອະນາຄົດຂອງໄທທີ່ຈັດຂຶ້ນຢູ່ນະຄອນຫຼວງບາງກອກໃນວັນທີ 9 ກັນຍານີ້ວ່າ: ທະນາຄານກາງໄທມີແຜນຈະອອກ 3 ມາດຕະການ ເພື່ອຂະຫຍາຍຊ່ອງທາງການລະດົມທຶນ, ຫຼຸດຕົ້ນທຶນໃນການລະດົມທຶນ ແລະ ຄວາມສ່ຽງດ້ານສິນເຊື່ອລົງໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍຂອງໄທ. 

   ອີງຕາມແຜນທີ່ກ່ຽວຂ້ອງ, ກ່ອນອື່ນ ທະນາຄານກາງໄທຈະອອກເວທີເງິນກູ້ສິນເຊື່ອກ່ອນທ້າຍປີ 2026 ເຊິ່ງມີບົດບາດເປັນເວທີລະດົມທຶນລະຫວ່າງວິສາຫະກິດຂະໜາດກາງ ແລະ ນ້ອຍ-ທະນາຄານ-ອົງການການເງິນທີ່ບໍ່ແມ່ນທະນາຄານ. ຖັດມາ, ຈະຄົ້ນຄວ້າກ່ຽວກັບການສ້າງກົນໄກຮັບປະກັນສິນເຊື່ອໃໝ່ ແລະ ພະຍາຍາມເປີດນໍາໃຊ້ໃນປີ 2027. ສຸດທ້າຍ, ຈະນໍາໃຊ້ຂໍ້ມູນທາງເລືອກເພື່ອປະເມີນຄວາມສາມາດໃນການຊໍາລະໜີ້ຂອງວິສາຫະກິດຂະໜາດກາງ ແລະ ນ້ອຍທີ່ຂາດການບັນທຶກທາງດ້ານເງິນແບບດັ້ງເດີມ ເພື່ອຊ່ວຍວິສາຫະກິດໃຫ້ໄດ້ຮັບການສະໜັບສະໜູນດ້ານເງິນກູ້ສິນເຊື່ອຫຼາຍຂຶ້ນກວ່າເກົ່າ.

   ທ່ານ ວິໄທ ເຫັນວ່າ: ການປັບປຸງສະພາບແວດລ້ອມການລະດົມທຶນຂອງວິສາຫະກິດຂະໜາດກາງ ແລະ ນ້ອຍໃຫ້ດີຂຶ້ນແມ່ນມີຄວາມໝາຍສໍາຄັນຍິ່ງຕໍ່ການຊຸກຍູ້ການເຕີບໂຕຂອງວິສາຫະກິດ, ການປະກອບອາຊີບຢ່າງໝັ້ນທ່ຽງ ແລະ ການຊຸກຍູ້ການຟື້ນຕົວຂອງເສດຖະກິດ.